ໂຄວິດ 19 ຣະບາດໃນເຮືອນພັກຄົນຊຣາ

Entrance to St. Basil's Homes for the Aged.

General view of Signage for St. Basil's Homes for the Aged in Mel. Source: AAP

Get the SBS Audio app

Other ways to listen

ເຮືອນພັກຄົນຊຣາ St. Basil’s ໃນ Melbourne ຖືກກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ ຍ້ອນທັງພະນັກງານ ແລະຜູ້ອາສັຍທີ່ມີອາຍຸຕ້ອງເສັຍຊີວິດ. ນີ້ແມ່ນປັນຫາທີ່ຊັບຊ້ຶອນ ແລະສາເຫດນັ້ນມາແຕ່ໃສ?


ເຮືອນພັກຄົນຊຣາ ເມືອງ Melbourne ບ່ອນທີ່ມີຄົນເສັຍຊີວິດ 45 ຄົນຈາກ COVID-19 ກໍາລັງປະເຊີນກັບຂໍ້ກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ. ມັນແມ່ນກໍຣະນີໄດ້ຊີ້ໃຫ້ເຫັນບັນຫາ ທີ່ຝ່າຍການດູແລຜູ້ສູງອາຍຸ ໄດ້ມີການດີ້້ນຣົນມາເປັນເວລາ ດົນນານແລ້ວ.

ມັນເປັນຂ່າວທົ່ວໄປວ່າ ເຮືອນພັກຄົນຊຣາ St Basil ໃນ ຣັດ Victoria ໄດ້ຖືກກ່າວຫາໂດຍ Worksafe Victoria. Worksafe ໄດ້ກ່າວຫາ ວ່າ St Basil's ມີຄວາມຫຼົ້ມເຫຼວ ໃນການຮັກສາມາດຕະຖານຄວາມປອດພັຍ ຫຼັງຈາກໄດ້ພົບວ່າຜູ້ເຮັດວຽກໃນທີ່ນັ້ນ ເປັນ COVID-19 ເມື່ອສອງປີກ່ອນ.

ຄົນໃນເຮືອນພັກ ແລະ ພະນັກງານ 96 ຄົນ ໄດ້ຕິດເຊື້ອພະຍາດນີ້, ແລະ ຄົນໃນເຮືອນພັກ 45 ຄົນ ກໍໄດ້ເສັຍຊີວິດ.

ສາສດາຈານ Joseph Ibrahim ຈາກສູນຄົ້ນຄວ້າກົດຫມາຍສຸຂະພາບ ແລະ ຄົນຊຣາ ທີ່ມະຫາວິທະຍາໄລ Monash ກ່າວວ່າ St Basil ກໍາລັງປະເຊີນກັບຂໍ້ກ່າວຫາທີ່ມີຈຸດທີ່ຕ້ອງຈັບຕາເບິ່ງເປັນພິເສດ.

"ພວກເຂົາແນໃສ່ການຈັດຫາ ແລະການນໍາໃຊ້ອຸປະກອນປ້ອງກັນສ່ວນບຸກຄົນ (Personal Protective Equipment-PPE) ເປັນຫຼັກ. ສະນັ້ນ ການເບິ່ງຂອງເຂົາເຈົ້າ ຈຶ່ງແຄບຫລາຍ ແລະ ເບິ່ງສະເພາະບາງຢ່າງ."

ຈະແຄບຫລືບໍ່, ກໍລະນີຂອງ St Basil ໄດ້ກາຍເປັນຈຸດສົນໃຈ ຂອງໜ່ວຍການດູແລຜູ້ສູງອາຍຸ ທີ່ມີປັນຫາ.

ເມື່ອ COVID-19 ມາຮອດ ອອສເຕຣເລັຍ, ໃນຕອນທໍາອິດກໍປາກົດວ່າ ປະເທດກໍາລັງ ກໍານົດ ມາດຕະຖານກ່ຽວກັບ ວິທີຮັບມືກັບການລະບາດ.

ຈໍານວນກໍລະນີແມ່ນຕໍ່າພໍສົມຄວນ, ແລະອັດຕາການເສັຍຊີວິດກໍເຊັ່ນກັນ ແຕ່ ພາບນັ້ນໄດ້ຫາຍໄປຢ່າງໄວ ແລະ ກໍແມ່ນຜູ້ສູງອາຍຸ ຊາວ ອອສເຕຣເລັຍ ທີ່ຕ້ອງເປັນຜູ້ເຄາະຮ້າຍ, ໂດຍສເພາະກໍແມ່ນຜູ້ທີ່ຢູ່ໃນເຮືອນຄົນຊຣາ ດັ່ງທີ່ ເຈົ້າຫນ້າທີ່ການແພດຫົວຫນ້າຂອງ ອອສເຕຣເລັຍທ່ານ, ສາສດາຈານ Paul Kelly, ໄດ້ຍອມຮັບໃນເດືອນ ກຸມພາ ປີ 2022.

"84 ເປີເຊັນ (ຂອງກໍລະນີ) ແມ່ນຄົນທີ່ມີອາຍຸຫຼາຍກວ່າ 70 ປີ ແລະ 24 ເປີເຊັນທີ່ມີອາຍຸສູງກວ່າ 90 ປີ. ເປັນເລື່ອງທີ່ເປັນໄປໄດ້ຍາກຫຼາຍ ທີ່ຄົນວັຍຫນຸ່ມທີ່ຈະຕາຍຍ້ອນພະຍາດນີ້.... ແຕ່ ຂ້າພະເຈົ້າ ຄິດວ່າເຮົາຕ້ອງ ພິຈາະນາເຖິຄວາມຈິງຂອງເລື່ອງນີ້...ມັນໄດ້ມີຜູ້ເສຍຊີວິດຫຼາຍຄົນໃນເຮືອນພັກຄົນຊຣາ

ສາດສະດາຈານ Ibrahim ກ່າວວ່າ ໃນຂນະທີ່ກໍຣະນີເລີ່ມເພີ່ມຂຶ້ນ ໃນສະຖານທີ່ດູແລຄົນຊຣາ, ເປັນທີ່ເຫັນໄດ້ຊັດເຈນວ່າ ບໍ່ມີແຜນການ ທີ່ຈະຈັດການກັບການລະບາດນັ້ນ.

"ການກະກຽມຂອງຝ່າຍການດູແລຜູ້ສູງອາຍຸ ທັງຫມົດໃນປີ 2020 ແມ່ນຕ່ໍາກວ່າຄວາມເໝາະສົມ. ຄົນງານບໍ່ໄດ້ຮັບການຝຶກອົບຮົມ. ພວກເຮົາບໍ່ໄດ້ມີຂັ້ນຕອນ ຂອງການຄວບຄຸມການຕິດເຊື້ອທີ່ເຄັ່ງຄັດເຊິ່ງເຮົາໄດ້ປະຕິບັດມາຫຼາຍປີກ່ອນຫນ້ານີ້, ແລະພວກເຮົາກໍຮູ້ເລື້ອງນັ້ນຈາກການລະບາດຂອງໄຂ້ຫວັດ, ໂຮກກະເພາະແລະລຳໄສ້ອັກເສບ (Gastroenteritis). ພວກເຮົາຮູ້ວ່າມີບັນຫາໃນຝ່າຍນີ້ (ດູແລຄົນຊຣາ) ມາກ່ອນ."

ຈໍານວນຜູ້ເສັຍຊີວິດ ຍ້ອນ COVID ໃນການດູແລ ຜູ້ສູງອາຍຸ  ໃນທີ່ສຸດກໍໄດ້ພາໃຫ້ມີການສອບສວນຫລາຍເທື່ອໃນສະພາສູງ, ຕອນທີ່ ຣັຖມົນຕີ ທີ່ມີຄວາມຮັບຜິດຊອບໃນເວລານັ້ນ ແມ່ນທ່ານ Richard Colbeck ທີ່ໄດ້ ປະເຊີນກັບຄໍາຖາມ ກ່ຽວກັບ ການອ້າງວ່າຣັຖບານ Coalition ນັ້ນໄດ້ເຮັດໃຫ້ການຈັດສົ່ງ ຢາວັກຊີນ ແກ່ ພະນັກງານ ແລະ ຜູ້ອາສັຍໃນເຮືອນພັກນັນຫຼົ້ມເຫຼວ.

SENATOR KATY GALLAGHER: "Senator Colbeck, ຂ້າພະເຈົ້າຂໍຖາມທ່ານ. ເມື່ອໃດທີ່ທ່ານຈະຮູ້ໄດ້ວ່າມີຈັກຄົນໃນການດູແລຜູ້ສູງອາຍຸໄດ້ຮັບການສັກຢາວັກຊີນ? ມັນເປັນຄໍາຖາມທີ່ສໍາຄັນ--"

COLBECK: "ມັນເປັນຄໍາຖາມທີ່ສໍາຄັນ."

GALLAGHER: "ທ່ານເປັນຜູ້ຮັບຜິດຊອບ. 84 ເປີເຊັນຂອງຄົນເຈັບ ສູນເປີເຊັນໃນການລະບາດຄັ້ງສຸດທ້າຍໃນຣັດວິກຕໍເຣັຍ, ໃນການລະບາດຂອງການດູແລທີ່ມີອາຍຸສຸດທ້າຍ, ແມ່ນມາຈາກພະນັກງານ."

ໃນກໍຣະນີເຮືອນດູແລຜູ້ສູງອາຍຸ ບ່ອນທີ່ຜູ້ເສັຍຊີວິດຂອງ COVID ທີ່ສູງເປັນພິເສດ, ຍັງມີການສອບຖາມ Coronial ຫຼື Coronial Inquiries ຢ່າງຫນ້ອຍສອງເທື່ອ - ຊຶ່ງ SBS News ກໍໄດ້ລາຍງານໄປແລ້ວໃນເດືອນພະຈິກ 2021.

"ການສອບຖາມ ໄດ້ເລີ່ມຕົ້ນດ້ວຍຊື່ແລະໃບຫນ້າຂອງຜູ້ທີ່ເສຍຊີວິດທີ່ໄດ້ສະແດງຕໍ່ສານ ເທື່ອລະຄົນ, 50 ຊື່ໄດ້ຖືກອ່ານເປັນສັນຍາລັກແຫ່ງຄວາມເຄົາຣົບ."

ແລະ ການສອບຖາມນັ້ນອາດຈະຍັງບໍ່ທັນສິ້ນສຸດລົງເທື່ອ.

WorkSafe Victoria ໄດ້ອອກຖແລງການ ສະບັບນຶ່ງ ໂດຍກ່າວວ່າ ພວກເຂົາເຈົ້າຍັງມີ ການສືບສວນອີກຈໍານວນຫນຶ່ງ ທີ່ກໍາລັງດໍາເນີນຢູ່ ກ່ຽວກັບການຄວບຄຸມ COVID-19 ໃນບ່ອນເຮັດວຽກ. ຊຶ່ງຫມາຍຄວາມວ່າ St Basil ອາດຈະບໍ່ແມ່ນ ສະຖານທີ່ດຽວເທົ່ານັ້ນ ທີ່ຖືກກ່າວຫາວ່າ ການຮັບມືກັບການລະບາດ ຂອງເຂົາເຈົ້ານັ້ນໄດ້ມີການຜິດພາດຢ່າງແຮງ, ແລະ ອາດຈະປະເຊີນ ກັບການກ່າວຫາອີກໃນອະນາຄົດ.

COVID ຍັງຄົງເປັນບັນຫາໃນການດູແລຜູ້ສູງອາຍຸ, ອີງຕາມທ່ານ Paul Sadler ຈາກສະມາຄົມຜູ້ໃຫ້ການດູແລ ຜູ້ສູງອາຍຸ ແລະຊຸມຊົນ ຂອງອອສເຕຣເລັຍ (Australian Aged & Community Care Providers Association-AACCPA)

"ໃນປີນີ້ປີດຽວພວກເຮົາມີ1964 ຊີວິດທີ່ສັາກ COVID ໃນການດູແລທີ່ຢູ່ອາສັຍ ຂອງຜູ້ສູງອາຍຸ... ສະຖິຕິຫຼ້າສຸດແມ່ນໜ້າສົນໃຈຫຼາຍ. 96 ເປີເຊັນຂອງ ບ້ານພັກຜູ້ສູງອາຍຸ ໃນທົ່ວປະເທດ ອອສເຕຣເລັຍ ໄດ້ ປະສົບກັບການລບາດຢ່າງຫນ້ອຍ ຫນຶ່ງເທື່ອ."

ທ່ານກ່າວວ່າ ຍັງມີ ຜູ້ອາສັຍໃນເຮືອນຄົນຊຣາ ຈໍານວນຫລາຍ ທີ່ບໍ່ທັນໄດ້ຮັບການສັກຢາວັກຊີນ ຂອງພວກເຂົາເຈົ້າເທື່ອ.

"ຈົນຮອດ ວັນທີ 3 ກໍລະກົດ, 65.7 ເປີເຊັນຂອງຜູ້ອາສັຍໃນເຮືອນຄົນຊຣາ ກໍ ໄດ້ຮັບຢາ ວັກຊີນເຂັມທີສີ່ຂອງເຂົາເຈົ້າແລ້ວ, ແຕ່ວ່າຍັງຫມາຍຄວາມວ່າພວກເຮົາມີປະມານ 35 ເປີເຊັນທີ່ຍັງບໍ່ທັນໄດ້ສັກຢາເທື່ອ. ສະນັ້ນເຮົາຈຶ່ງຍັງຢູ່ໄກຫຼາຍ."

ທ່ານ Paul Sadler ກ່າວວ່າ ຜູ້ໃຫ້ບໍຣິການດູແລ ຜູ້ສູງອາຍຸ  ໄດ້ ພະຍາຍາມຮັບມື ກັບການຖືກຕັດເງິນຊ່ອຍເຫຼືອເຊິ່ງຣັຖບານກ່ອນໄດ້ກໍານົດໄວ້.

"ຣັຖບານກາງໄດ້ຖອນເງິນຊ່ອຍເພື່ອການປ້ອງກັນ COVID ກັບຄືນມາໃນກາງປີ 2021. ສະນັ້ນພວກເຮົາຈຶ່ງໄດ້ຂໍໃຫ້ຣັຖບານ ພັກແຮງງານຄືນເງິນຊ່ອຍເຫຼືອສໍາລັບການບໍລິການດູແລ ຜູ້ສູງອາຍຸ ເພື່ອປ້ອງກັນCOVID."

ແລະລາວເວົ້າວ່າ COVID ບໍ່ໄດ້ຊ່ວຍແກ້ໄຂການຂາດແຄນ ພະນັກງານ ທີ່ກໍາລັງເປັນຢູ່.

"ຕອນນີ້ພວກເຮົາຂາດແຄນພະນັກງານປະຈໍາປີ 35,000 ຄົນ, ພະນັກງານທີ່ຈໍາເປັນຕ້ອງໄດ້ຫາມາ, ເຊິ່ງໃນປະຈຸບັນພວກເຮົາບໍ່ມີພຽງພໍ. ແລະພວກເຮົາມີ ຣັຖບານກາງທີ່ໄດ້ໃຫ້ສັນຍາວ່າຈະເພີ່ມລະດັບພະນັກງານໃນການດູແລຜູ້ສູງອາຍຸ, ເຊິ່ງຫມາຍຄວາມວ່າພວກເຮົາຕ້ອງການພະນັກງານເພີ່ມລະຫວ່າງ 8000 ຕາມການຄາດຄະເນຂອງ CEDA (ຄນະກັມການເພື່ອການພັດທະນາເສດຖະກິດ-Committee for Economic Development) ເຖິງ 20,000 ຄົນຕາມຄາດຄະເນຂອງພວກເຮົາ, ໂດຍບໍ່ຮວມການຂາດແຄນ ພະນັກງານປະຈໍາປີ ອີກ 35,000 ຄົນ."

ຄນະກັມການ ຄວບຄຸນນະພາບ ແລະ ຄວາມປອດພັຍ ຂອງການດູແລຜູ້ສູງອາຍຸ (The Aged Care Quality and Safety Commission) ຄວນຈະຄວບຄຸມ ການປະຕິບັດຕາມຂໍ້ກຳໜົດ ຂອງຜູ້ໃຫ້ບໍຣິການ ດູແລຜູ້ສູງອາຍຸ ທີ່ມີ ມາດຕະການ COVID ແລະ ຄຸນນະພາບພື້ນຖານຂອງການດູແລ ແລະ ຊີວິດສໍາລັບຜູ້ອາສັຍ .

ແຕ່ສາສດາຈານ Ibrahim ກ່າວວ່າ ມັນບໍ່ສາມາດເປັນທຸກຢ່າງ ສໍາລັບທຸກຄົນທ່າມກາງການລະບາດຂອງພະຍາດນີ້.

"ຜູ້ຄຸ້ມຄອງບໍ່ຄວນມີບົດບາດໃນເລື່ອງນີ້ເພາະວ່າເຂົາເຈົ້າເປັນຜູ້ຄຸ້ມຄອງ. ພວກເຂົາບໍ່ແມ່ນຜູ້ທີ່ຈະຕ້ອງເປັນຜູ້ຮັບມືທຳອິດໃນການະບາດແລະ ສະນັ້ນ  ນີ້ຄືຄໍາຖາມອີກຂໍ້ຫນຶ່ງ ທີ່ຖືກຍົກຂຶ້ນມາ, ເປັນ ຫຍັງເຂົາເຈົ້າຈຶ່ງເປັນຄົນທໍາອິດ ໃນການຮັບມືຂອງການລະບາດນີ້? ພວກເຂົາຍັງບໍ່ພ້ອມທີ່ຈະຮັບມືກັບມັນ, ພວກເຂົາບໍ່ມີພະນັກງານທີ່ຈະຮັບມືກັບມັນ, ແລະຂ້າພະເຈົ້າບໍ່ຄິດວ່າພວກເຂົາຈະມີອຸປະກອນທີ່ຈະຈັດການມັນ."

ແຕ່ທ່ານກ່າວວ່າຂໍ້ມູນກ່ຽວກັບ ພະນັກງານ, ການຕາຍແລະ ເລື່ອງ ອື່ນໆ - ວ່າໄດ້ຖືກເກັບກໍາ ແນວໃດເຊິ່ງນັ້ນຍັງເປັນບັນຫາຕໍ່ຢ່າງເນື່ອງ.

"ວິທີທີ່ສົ່ງມອບຂໍ້ມູນນັ້ນ, ຂ້າພະເຈົ້າຄິດວ່າ, ມັນໃຫ້ນ້ຳຫນັກແກ່ ຣັຖບານຫຼືແນກ (ຂອງສຸຂະພາບ) ແລະເຮັດໃຫ້ຄືວ່າສິ່ງຕ່າງໆນັ້ນຢູ່ໃຕ້ການຄວບຄຸມ, ແຕ່ທ່ານບໍ່ແນ່ໃຈເພາະວ່າທ່ານບໍ່ມີລາຍລະອຽດ ແລະ ສະນັ້ນ ເມື່ອທ່ານ ພະຍາຍາມ ທີ່ ຈະຖາມຄຳຖາມ ຫຼື ສໍ້ , ມັນເປັນເລື່ອງທີ່ຍາກຫຼາຍ ເພາະວ່າທ່າບໍ່ມີຂໍ້ມູນ . ສິ່ງທີ່ທ່ານສາມາດເຮັດໄດ້ກໍພຽງແຕ່ຄາດຄະເນເທົ່ານັ້ນ."

ສໍາລັບຍາດພີ່ນ້ອງຂອງຜູ້ທີ່ຢູ່ອາສັຍໃນສະຖານທີ່ດູແລຜູ້ສູງອາຍຸນັ້ນ, ບັນຫາໃຫຍ່ ຍັງຄົງເຮັດໃຫ້ແນ່ໃຈວ່າ ຄົນທີ່ ເຂົາເຈົ້າຮັກ ໄດ້ຮັບການດູແລຢ່າງເຫມາະສົມ,ແລະໄດ້ຮັບການປົກປ້ອງຈາກການລະບາດຂອງ COVID-19.

Christine Golding ລູກສາວຂອງຜູ້ທີ່ຢູ່ອາສັຍໃນສະຖານທີ່ດູແລຜູ້ສູງອາຍຸ ຄົນຫນຶ່ງທີ່ເສຍຊີວິດຈາກ COVID ທີ່ St Basil's, ແລະໄດ້ກ່າວຕໍ່ SBS News ໃນເວລາທີ່ມີການສອບຖາມຄັ້ງທໍາອິດ.

ນາງເວົ້າວ່າ ນາງພຽງແຕ່ຢາກໃຫ້ເລື້ອງທີ່ເກີດຂຶ້ນນັ້ນໃຫ້ມັນຈົບລົງ.

"ຂ້າພະເຈົ້າຢາກເລົ່າຄວາມຈິງກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນຢູ່ທີ່ St Basil's, ມີຫຍັງແດ່ເກີດຂຶ້ນກັບຄົນທີ່ເຮົາຮັກ. ຄວາມທຸກ, ການເຂົາເຈົ້າຖືກລະເລີຍ. ຂ້ອຍຢາກໃຫ້ຄວາມຈິງຖືກບອກ."

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share