ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ

Is that phone call dangerous (SBS).jpg

ການໃຊ້ໂທຣະສັບມືຖື ຈະເປັນອັນຕະຣາຍ ຕໍ່ສຸຂະພາບ ຫຼືບໍ່? Credit: Supplied: SBS

Get the SBS Audio app

Other ways to listen

ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.


ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ.

ບໍ່ມີຄວາມກ່ຽວຂ້ອງ ລະຫວ່າງການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ ແລະຫົວ-ນັ້ນອີງຕາມການທົບທວນ ຢ່າງເປັນລະບົບ ສະບັບໃຫມ່ ທີ່ນຳໂດຍອອສເຕຣເລັຍ-ຊຶ່ງໄດ້ຮັບມອບຫມາຍ ຈາກອົງການອະນາມັຍໂລກ (World Health Organization).

ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ, ດັ່ງທີ່ Abbie O’Brien ລາຍງານ.

ໂທຣະສັບມືຖື-ເຮົາທຸກຄົນໃຊ້ມັນ...ຊຶ່ງທຸກວັນນີ້, ຫລາຍກວ່າທີ່ຜ່ານມາ.

ແລະເພາະມັນສົ່ງຄື້ນວິທະຍຸ ໃນລະດັບຕ່ຳ ຊຶ່ງເຮັດໃຫ້ຫລາຍຄົນສົງສັຍວ່າ ມັນສາມາດເຮັດໃຫ້ ເປັນໂຣກມະເລັງໄດ້ຫຼືບໍ?

ນັກວິທະຍາສາດກ່າວວ່າ ບັດນີ້ ເຂົາເຈົ້າມີຄໍາຕອບ ແລະມັນເປັນຂ່າວດີ.

ການຄົ້ນຄວ້າ ທີ່ນໍາໂດຍອອສເຕຣເລັຍ-ດໍາເນີນການໂດຍ ກຸ່ມຜູ້ຊ່ຽວຊານ 11 ຄົນຈາກ 10 ປະເທດ ໄດ້ກວດສອບຫຼາຍກວ່າ 5,000 ການຄົ້ນຄວ້າທົ່ວໂລກ ລະຫວ່າງປີ 1994 ແລະ 2022.

ຫົວຫນ້ານັກຄົ້ນຄວ້າ, ຮອງສາດສະດາຈານ (Associate Professor) Ken Karipidis ເປັນຜູ້ຊ່ວຍຜູ້ອໍານວຍການ ຝ່າຍປະເມີນ ຜົນກະທົບຕໍ່ສຸຂະພາບ ຂອງສຳນັກງານ ປ້ອງກັນຣັງສີ ແລະຄວາມປອດພັຍ ນິວ ເຄລັຍ ຂອງອອສເຕຣເລັຍ (Australian Radiation Protection and Nuclear Safety Agency).

ລາວກ່າວວ່າ ການທົບທວນນັ້ນ ແນໃສ່ 63 ການຄົ້ນຄວ້າ ທີ່ກ່ຽວຂ້ອງກັບ ການສັງເກດຂອງມະນຸດ ສໍາລັບການວິເຄາະ ຂັ້ນສຸດທ້າຍ.

"ຈຸດສໍາຄັນແມ່ນວ່າ ເມື່ອເຮົາທົບທວນການຄົ້ນຄວ້າທັງຫມົດ ທີ່ ສັງເກດມະນຸດ ທີ່ໃຊ້ໂທຣະສັບມືຖື ແລະແຫລ່ງອື່ນໆ ຂອງຄື້ນວິທະຍຸ (Radio Waves) ແລະໂຣກມະເລັງຊະນິດຕ່າງໆ, ບໍ່ມີຄວາມສໍາພັນໃດ ທີ່ເຊື່ອມລະຫວ່າງ ການໃຊ້ໂທຣະສັບມືຖື ແລະໂຣກມະເລັງ."

ຄນະຜູ້ຊ່ຽວຊານ ໄດ້ພົບວ່າ ບໍ່ມີຄວາມກ່ຽວຂ້ອງ ກັບການໃຊ້ໂທຣະສັບມືຖື ເປັນເວລານານ-ສະນັ້ນ ເຖິງແມ່ນວ່າ ຜູ້ຄົນໄດ້ໃຊ້ໂທຣະສັບມືຖືເປັນເວລາ 10 ປີ ຫລືຫລາຍກວ່ານັ້ນ, ແລະບໍ່ວ່າ ເຂົາເຈົ້າຈະໃຊ້ມັນຫລາຍປານໃດກໍຕາມ, ກໍບໍ່ມີຜົນກະທົບ ທີ່ເບິ່ງເຫັນໄດ້.

ມັນຍັງໄດ້ສລຸບວ່າ ເສົາສັນຍານມືຖື ແລະເສົາສັນຍານໂທລະພາບ ກໍບໍ່ສ່ຽງຕໍ່ ການເປັນໂຣກມະເລັງ.

ການຄົ້ນຄວ້າຂອງ WHO ສອດຄ່ອງ ກັບການຄົ້ນຄວ້າ ໃນປີ 2018 ໂດຍສຳນັກງານ ປ້ອງກັນຣັງສີ ແລະຄວາມປອດພັຍນິວເຄລັຍຂອງ
(the Australian Radiation Protection and Nuclear Safety Agency).

ມັນພົບວ່າ ອັດຕາການເປັນເນື້ອງອກໃນສມອງ ທັງຊາຍ ແລະຍິງໃນອອສເຕຣເລັຍ ນັບແຕ່ປີ 1982 ຍັງບໍ່ປ່ຽນ ໃນຂນະທີ່ການໃຊ້ໂທຣະສັບມືຖື ໄດ້ເພີ່ມຂຶ້ນຢ່າງຫຼາຍ.

"ການໃຊ້ໂທຣະສັບມືຖື, ຕອນນີ້ ທຸກຄົນໃຊ້ໂທຣະສັບມືຖື, ນັບຕັ້ງແຕ່ມັນຖືກປະດິດຂຶ້ນໃນທ້າຍທົດສະວັດ 80, ແລະອັດຕາ ການເປັນໂຣກມະເລັງໃນສມອງ ກໍຍັງບໍ່ປ່ຽນ. ສະນັ້ນ ຈຶ່ງບໍ່ມີການເພີ່ມຂຶ້ນ ຂອງໂຣກມະເລັງຊະນິດໃດໆ ແລະນັ້ນເປັນສິ່ງທີ່ເຮັດໃຫ້ຫມັ້ນໃຈແທ້ໆ."

ໃນປີ 2011, the International Agency for Research on Cancer ໄດ້ຈັດປະເພດ ການສຳຜັດຄື້ນວິທະຍຸ ວ່າອາດເປັນ "ສານກໍ່ໃຫ້ເກີດມະເລັງຕໍ່ມະນຸດ" ຊຶ່ງເປັນຄຳເວົ້າ ທີ່ໃຊ້ສຳລັບໝວດ ທີ່ບໍ່ສາມາດຕັດຄວາມເຊື່ອມໂຍງ ທີ່ອາດເປັນໄປໄດ້.

Professor Tim Driscoll ຂອງມະຫາວິທະຍາໄລ Sydney-ຜູ້ເປັນປະທານຄນະກັມມະການ the Australian Cancer Council’s Occupational and Environmental Cancers-ກ່າວວ່າ ໃນເວລານັ້ນ ຫລັກຖານມີຈໍາກັດ.

"ມີການຄົ້ນຄວ້າ ກ່ຽວກັບການລະບາດ (Epidemiological) ບາງຢ່າງ ທີ່ສະແດງໃຫ້ເຫັນວ່າ ມີການເພີ່ມຂຶ້ນ, ແຕ່ບໍ່ມີຫລາຍ ແລະການຄົ້ນຄວ້າທີ່ພິມເຜີຍແພ່ ກໍມີບັນຫາ ດ້ານລະບຽບວິທີການວິຈັຍ. ດັ່ງນັ້ນ ເຮົາຈຶ່ງບໍ່ສາມາດໃຫ້ນ້ຳໜັກ ຕໍ່ການສຶກສາເຫຼົ່ານັ້ນໄດ້. ແຕ່ໃນທຳນອງດຽວກັນ, ເຮົາກໍບໍ່ສາມາດປະຕິເສດມັນໄດ້. ສິ່ງທີ່ການຄົ້ນຄວ້າໃຫມ່ນີ້ເຮັດ ແມ່ນຮວມການສຶກສາ ຫລາຍກວ່າທີ່ໄດ້ຮວມຢູ່ໃນປີ 2011."

ຂໍ້ຄວາມໃນມື້ນີ້ກໍຄື-ສາທາຣະນະຊົນ ຄວນຮູ້ສຶກຫມັ້ນໃຈວ່າ ໂທຣະສັບມືຖື ຂອງເຂົາເຈົ້ານັ້ນ.....ປອດພັຍ.

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share