ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ?

Australia Explained: HANDSHAKE MAN

The Australian workplace “is highly regulated”. Credit: Thomas Barwick/Getty Images

Get the SBS Audio app

Other ways to listen

ໃນອອສເຕຣເລັຍ ກົດລະບຽບການປະພຶດ (ຈັນຍາບັນ) ຢູ່ບ່ອນເຮັດວຽກແຕກຕ່າງກັນ ໃນແຕ່ລະບໍຣິສັດ. ແຕ່ໂດຍທົ່ວໄປແລ້ວ ຈະມີການປະຕິບັດຕາມກົດລະບຽບທີ່ບໍ່ໄດ້ຂຽນໄວ້ທົ່ວໄປ ໃນທຸຣະກິດ ແລະອຸດສາຫະກັມສ່ວນຫຼາຍ. ແຕ່ຍັງມີກົດທີ່ບໍ່ໄດ້ກ່າວອອກ ຫຼືເວົ້າເຖິງ (Unspoken Rules) ໃນບ່ອນທໍາງານຂອງອອສເຕຣເລັຍ ທີ່ສາມາດກາຍເປັນມາດຕະຖານ ທາງສັງຄົມໄດ້. ນີ້ຄືວິທີ ທີ່ຈະຊ່ອຍ ໃຫ້ທຳຄຸ້ນເຄີຍ ກັບກົດທີ່ບໍ່ໄດ້ຂຽນໄວ້ເຫລົ່ານີ້ ເມື່ອເລີ່ມຕົ້ນເຮັດວຽກໃຫມ່


ຈຸດສຳຄັນ:
  • ກົດທີ່ບໍ່ໄດ້ຂຽນໄວ້ ໃນບ່ອນທໍາງານ ສາມາດສົ່ງຜົນກະທົບ ຕໍ່ຄວາມກ້າວຫນ້າ ໃນອາຊີບຂອງທ່ານ.
  • ຖ້າຫາກ ທ່ານບໍ່ເຂົ້າໃຈກົດທີ່ບໍ່ໄດ້ຂຽນໄວ້ເຫລົ່ານີ້, ທ່ານອາດຮູ້ສຶກວ່າ ທ່ານບໍ່ເໝາະສົມ ຫລືເຮັດວຽກບໍ່ໄດ້ດີ.
  • ຖ້າທ່ານສົງສັຍວ່າ ສິ່ງຕ່າງໆເຮັດແນວໃດ ຢູ່ບ່ອນເຮັດວຽກ, ຢ່າຢ້ານທີ່ຈະຖາມ
  • ຜູ້ຊ່ຽວຊານກ່າວວ່າ ບໍຣິສັດຄວນຊ່ອຍເຫລືອພະນັກງານໃຫມ່ ໃຫ້ຜ່ານຜ່າກົດທີ່ບໍ່ໄດ້ຂຽນໄວ້ ຂອງບ່ອນທໍາງານ.
ຫລັງຈາກໄດ້ວຽກໃຫມ່ ໃນ
, ມັນສໍາຄັນທີ່ຈະເຂົ້າໃຈ ກົດທີ່ບໍ່ໄດ້ກ່າວອອກ ຫຼືເວົ້າເຖິງຂອງບໍຣິສັດ.

Robyn Johns, ເປັນ Associate Dean (Academic Staffing) ແລະ Associate Professor ທີ່ UTS Business School, ກ່າວວ່າ ກົດທີ່ບໍ່ໄດ້ຂຽນໄວ້ ແຕກຕ່າງກັນໄປແຕ່ລະບໍຣິສັດ.

"ມັນເປັນສິ່ງທີ່ເຮົາເອີ້ນວ່າ ມາດຕະຖານທາງສັງຄົມ, ສິ່ງທີ່ຜູ້ຄົນຄວນປະຕິບັດ ໃນອົງການໃດຫນຶ່ງ ໂດຍສະເພາະ," ນາງອະທິບາຍ.

Professor Johns ໄດ້ກ່າວຕື່ມວ່າ ການຮູ້ຈັກກົດເຫຼົ່ານັ້ນ ອາດເປັນເລື່ອງທ້າທາຍ ແລະສາມາດສົ່ງຜົນກະທົບ ຕໍ່ຄວາມກ້າວຫນ້າ ໃນອາຊີບຂອງບາງຄົນ.

"ຖ້າຫາກທ່ານບໍ່ປະຕິບັດ ຕາມກົດທີ່ບໍ່ໄດ້ຂຽນໄວ້ ແລະທ່ານບໍ່ຮູ້ເຖິງກົດເຫຼົ່ານັ້ນ, ທ່ານອາດຈະຖືກເຫັນວ່າ ທ່ານບໍ່ແມ່ນສ່ວນນຶ່ງຂອງອົງກອນ ຫລືທ່ານບໍ່ໄດ້ເປັນຄົນ ທີ່ເຂົ້າກັບວັດທະນະທັມ ຂອງອົງກອນຂອງເຮົາ." ນາງກ່າວ.

Professor Johns ກ່າວວ່າ ກົດບາງຢ່າງທີ່ບໍ່ໄດ້ກ່າວອອກມາ ມີຕັ້ງແຕ່ນິສັຍ ແລະພຶດຕິກັມໃນຊີວິດປະຈໍາວັນທີ່ລຽບງ່າຍ ຈົນເຖິງວິທີສ້າງເຄືອຂ່າຍ ແລະສ້າງຄວາມສໍາພັນ.

"ກົດບາງຢ່າງ ອາດກ່ຽວກັບວິທີ ທີ່ທ່ານສ້າງຄວາມສໍາພັນ ແລະວິທີທີ່ທ່ານສ້າງເຄືອຂ່າຍ. ສ່ວນຫລາຍແລ້ວ ຈະມີກົດທີ່ບໍ່ໄດ້ຂຽນໄວ້ ຢູ່ໃນບ່ອນທໍາງານ ແລະການຫລິ້ນການເມືອງ ຢູ່ໃນບ່ອນທໍາງານ ແລະວິທີ ທີ່ທ່ານອາດໄປເຖິງບ່ອນນັ້ນ ແລະຮັບມືກັບການເມືອງພາຍໃນ ຂອງອົງກອນ ກໍເປັນສ່ວນທີ່ສໍາຄັນແທ້ໆ"
Australia Explained: Office Dynamics
A diverse team of Australian professionals collaborating in a Sydney office. Credit: pixdeluxe/Getty Images

ນ້ຳສຽງ ແລະ ຮູບແບບຂອງ emails.

ຮູບແບບ ແລະນ້ຳສຽງ ຂອງ emails ກໍສໍາຄັນເຊັ່ນກັນ, Professor Johns ເນັ້ນຫນັກ.

"ທ່ານສາມາດໃຊ້ emojis ແລະເຄື່ອງຫມາຍອຸທານ ແລະສິ່ງອື່ນໆເຊັ່ນນັ້ນໄດ້ບໍ່? ມາຣະຍາດ ຂອງການໃຊ້ມັນແມ່ນຫຍັງ? ແລະນັ້ນ ອາດບໍ່ຈຳເປັນຕ້ອງເປັນສິ່ງທີ່ຖືກຂຽນໄວ້. ມັນເປັນສິ່ງທີ່ອາດເປັນແບບບໍ່ເປັນທາງການ ກ່ຽວກັບວິທີ ທີ່ຜູ້ຄົນສື່ສານ," ນາງກ່າວ.

ບ່ອນທໍາງານ ໃນອອສເຕຣເລັຍ ມີການ "ຄວບຄຸມຢ່າງເຂັ້ມງວດ"

Christine Castley ເປັນ CEO ຂອງ Multicultural Australia, ຊຶ່ງເປັນອົງກອນໃນ Queensland ທີ່ຊ່ອຍເຫລືອຜູ້ອົບພະຍົບ, ນັກຮຽນນານາຊາດ, ຜູ້ລີ້ພັຍ ແລະອົບພະຍົບ ໃນການປັບໂຕ ໃນຊີວິດໃຫມ່ຂອງເຂົາເຈົ້າ.

ນາງເວົ້າວ່າ, ອອສເຕຣເລັຍ ມີລະບົບກົດຫມາຍ ແລະຂໍ້ບັງຄັບ ຢູ່ບ່ອນທໍາງານ ທີ່ມີຈຸດປະສົງ ເພື່ອປົກປ້ອງສິດທິ ແລະສວັດດີການ ຂອງຄົນງານ.

"ຂ້າພະເຈົ້າຄິດວ່າ ສິ່ງທີ່ຫນ້າຕົກໃຈ ສໍາລັບຜູ້ຄົນທີ່ມາຈາກຕ່າງປະເທດ ຄືບ່ອນທໍາງານຂອງອອສເຕຣເລັຍ ຖືກຄວບຄຸມຢ່າງເຂັ້ມງວດຫຼາຍ, ອາດມີການຄວບຄຸມ ຫລາຍກວ່າບ່ອນທໍາງານຂອງປະເທດອື່ນໆ, ຮວມທັງການກັ່ນແກ້ງ."

Nejat Basar ເປັນຜູ້ຜລິດ ຂອງ SBS-Turkish. ລາວໄດ້ທໍາງານ ຢູ່ປະເທດ Turkey ເປັນເວລາ 20 ປີ ກ່ອນຍ້າຍມາຢູ່ອອສເຕຣເລັຍ.

"ການກັ່ນແກ້ງ (Bullying) ເປັນເລື່ອງທັມມະດາ ໃນປະເທດTurkey. ມັນເປັນສິ່ງທີ່ຄາດຫວັງວ່າຈະເກີດຂຶ້ນ. ມັນຄືກັນກັບວ່າ, 'ບໍ່ເປັນຫຍັງ ,ເຈົ້ານາຍຕ້ອງເຂັ້ມງວດ ແລະພະນັກງານ ຕ້ອງເຮັດຕາມຄໍາສັ່ງ'. ໃນ ຂນະ ທີ່ ຢູ່ ທີ່ ນີ້ [ໃນອອສເຕຣເລັຍ] ມີຄໍາອະທິບາຍທີ່ຊັດເຈນ ກ່ຽວກັບການກັ່ນແກ້ງ ແລະອະຄະຕິທາງເພດ, (ຍົກຕົວຢ່າງ)".
Australia Explained: OPEN PLAN WOMAN
Sometimes not understanding the unwritten rules in the workplace can lead to a person becoming isolated. Credit: pixdeluxe/Getty Images

ຄວາມຫຼາກຫຼາຍວັດທະນະທັມ ແລະ ລະບຽບການປະຊຸມ

ຊາວອອສເຕຣເລັຍ ສາມາດສະແດງຄວາມຂັດແຍ່ງ ໃນການປະຊຸມໄດ້,ເຖິງຢ່າງໃດກໍຕາມ ວິທີທີ່ການສະແດງຄວາມຂັດແຍ່ງ ອາດແຕກຕ່າງກັນໄປຕາມມາດຕະຖານ ທາງວັດທະນະທັມ ແລະຕາມປົກກະຕິແລ້ວເຂົາເຈົ້າຈະປະຕິບັດ ຢ່າງໃຫ້ກຽດ ແລະສ້າງສັນ, Mr Basar ກ່າວ.

"ມີວັດທະນະທັມການເຮັດວຽກ ທີ່ສຸພາບ [ໃນອອສເຕຣເລັຍ]. ທ່ານມີຜູ້ຄົນທີ່ເບິ່ງຄືວ່າ ເຂົາເຈົ້າເຫັນພ້ອມ. ເຊັ່ນຕອນທໍາອິດ ເຂົາເຈົ້າເວົ້າວ່າ, 'ໂອ້, ບໍ່ເປັນຫຍັງ, ແມ່ນແລ້ວ, ເຈົ້າເວົ້າຖືກ. ນັ້ນເປັນຈຸດທີ່ດີ'. ແຕ່ແລ້ວ ກໍເວົ້າແບບກົງກັນຂ້າມ ແລະເຂົາເຈົ້າ ພະຍາຍາມເບນການສົນທະນາ ໄປໃນທິດທາງອື່ນ.

ໃນປະເທດ Turkey ມັນກົງໄປກົງມາ; ທ່ານຕ້ອງເວົ້າວ່າ, 'ບໍ່, ມັນຜິດ; ນີ້ຄືວິທີທີ່ຖືກຕ້ອງ ໃນການເຮັດສິ່ງຕ່າງໆ'." Mr Basar ອະທິບາຍ.

ການພົບປະສັງສັນ ແລະຄວາມຜູກພັນຂອງທີມ

ການພັກດື່ມກາເຟ ຫລືຊາເປັນຮ່ວມກັນ ເປັນການປະຕິບັດທົ່ວໄປສໍາລັບການພົບປະສັງສັນ ແລະສ້າງຄວາມສໍາພັນ ຢູ່ບ່ອນທໍາງານຂອງອອສເຕຣເລັຍ.

 ເຖິງຢ່າງໃດກໍຕາມ, ຜູ້ອົບພະຍົບບາງຄົນ ອາດບໍ່ຄຸ້ນເຄີຍ ກັບການປະຕິບັດນີ້, ແລະອາດເຫັນວ່າ ມັນເປັນສິ່ງທີ່ຜິດຈັນຍາບັນ ແລະເສັຍເວລາ.

ຜູ້ອົບພະຍົບຫລາຍຄົນ ບໍ່ເຄີຍໄດ້ຍິນກ່ຽວກັບ "ຊາຕອນເຊົ້າ (Morning Tea)" ກ່ອນຍ້າຍມາຢູ່ອອສເຕຣເລັຍ, Ms Castley ກ່າວ.

Australia Explained  : meeting speaking up woman
After securing a new job in Australia, it’s essential to understand the company’s unspoken rules. Credit: xavierarnau/Getty Images
ບາງເທື່ອ ການບໍ່ເຂົ້າໃຈ ກົດທີ່ບໍ່ເປັນລາຍລັກອັກສອນ ຢູ່ບ່ອນທໍາງານ ອາດເຮັດໃຫ້ຄົນໂດດດຽວໄດ້, Ms Castley ອະທິບາຍ.

ສະນັ້ນ, ເຖິງແມ່ນວ່າ ມັນສໍາຄັນສໍາລັບບໍຣິສັດ ທີ່ຈະອຳນວຍຄວມສະດວກ ໃນຂັ້ນຕອນນີ້, ແຕ່ພະນັກງານ ສາມາດເຮັດໃຫ້ການປ່ຽນແປງຂອງເຂົາເຈົ້າ ງ່າຍຂຶ້ນ ໂດຍການຖາມຄໍາຖາມ ແລະຊອກຫາຜູ້ຊ່ອຍເຫລືອຫລື "ຫມູ່ເພື່ອນ", Ms Castley ແນະນໍາ.

"ສິ່ງທີ່ຄົນທີ່ເຂົ້າມາ ໃນຖານະຄົນອົບພະຍົບ ຢູ່ບ່ອນທໍາງານ ສາມາດເຮັດໄດ້ ເມື່ອເຂົາເຈົ້າເລີ່ມຕົ້ນ ຄືການເວົ້າວ່າ, 'ຂ້ອຍຕ້ອງເຂົ້າໃຈວັດທະນະທັມຂອງບ່ອນທໍາງານ ເພື່ອຈະສາມາດເຮັດໄດ້ ຈົນສຸດຄວາມສາມາດຂອງຂ້ອຍ. ທ່ານສາມາດ ໃຫ້ຄວາມຊ່ອຍເຫລືອຫຍັງ ໃນຖານະທີ່ເປັນນາຍຈ້າງເພື່ອໃຫ້ແນ່ໃຈວ່າ ຂ້ອຍເຮັດໃຫ້ດີທີ່ສຸດສໍາລັບທ່ານ?"
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

ເນື້ອເລື່ອງໂດຍ Chiara Pazzano ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດຕິດຕາມ ທາງ facebook ໄດ້ທີ່




Share