ມາດຕະການປ້ອງກັນການຫຼິ້ນພະນັນ

QUEENSLAND TOWNSVILLE TOURISM

Poker machines ທີ່ມີທົ່ວອອສເຕຣເລັຍ ຊຶ່ງມີຫລາຍກວ່າ ATM, ຫ້ອງການໄປສະນີ, ຫຼື ຫ້ອງນ້ຳສາທາຣະນະ. ແລະການສູນເສັຍເຫລົ່ານັ້ນແມ່ນເກີດຂຶ້ນຫຼາຍ ໃນເຂດນອກເມືອງທີ່ ດ້ອຍໂອກາດທີ່ສຸດ Credit: DARREN ENGLAND/AAPIMAGE

Get the SBS Audio app

Other ways to listen

ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.


ມາດຕະການປ້ອງກັນການຫຼິ້ນພະນັນ.

ກົນໄກ ໃນການຈໍາກັດການສູນເສັຍ ຂອງນັກຫລິ້ນພະນັນ ທີ່ມີບັນຫາ, ການຫລຸດຈໍານວນ ຂອງເຄື່ອງ Poker machines ແລະການສັ່ງຫ້າມ ການໂຄສະນາທັງຫມົດ ເປັນຄໍາແນະນໍາຫຼັກ ໃນລາຍງານໃຫມ່ ກ່ຽວກັບວິທີທີ່ອອສເຕຣເລັຍ ຄວນປ້ອງກັນ ຄວາມເສັຍຫາຍ ຈາກການຫລິ້ນພະນັນ.

ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635)

ເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ ດັ່ງ Greg Dyett, Naveen Razik ແລະ SBS Arabic News ລາຍງານ:

ລາຍງານຈາກສະຖາບັນ Grattan ເປັນຄໍາເຕືອນຫຼ້າສຸດ ກ່ຽວກັບອັນຕະຣາຍ ຈາກການຫລິ້ນພະນັນ ແລະໄດ້ຖືກເຜີຍແພ່ ໃນຂນະທີ່ຣັຖບານກາງ ພິຈາລະນາການສັ່ງຫ້າມ ການໂຄສະນາ ເລື່ອງການພະນັນບາງສ່ວນ.

ແທນທີ່ ຈະໃຊ້ການສັ່ງຫ້າມ ແບບຄອບຄຸມທົ່ວໄປ ທີ່ຖືກສເນີໂດຍ ອະດີດຜູ້ແທນຂອງພກແຮງງານ, Peta Murphy, ຣັຖບານ ກໍາລັງພິຈາລະນາ ຂໍ້ຈໍາກັດຫລາຍຢ່າງ, ເຊັ່ນການສັ່ງຫ້າມ ການໂຄສະນາ ໃນລະຫວ່າງການຖ່າຍທອດສົດກິລາ ແລະຈໍາກັດການໂຄສະນາ ການພະນັນ ໃຫ້ມີພຽງສອງເທື່ອ ຕໍ່ຊົ່ວໂມງ ໃນລະຫວ່າງລາຍການທົ່ວໄປ.

ຫົວຫນ້າ ຜູ້ອໍານວຍການໃຫຍ່ ຂອງສະຖາບັນ Grattan, Aruna Sathanapally, ກ່າວວ່າ ອອສເຕຣເລັຍ ມີເຄື່ອງ Poker machines ຫລາຍເກີນໄປ.

"ສິ່ງທີ່ພວກເຮົາພົບ ໃນການຄົ້ນຄວ້າຂອງເຮົາ ແມ່ນປະເພດຂອງເຄື່ອງຈັກ (Machines) ທີ່ມີຢູ່ໃນ
, ໃນປະເທດອື່ນໆ,ມັກຈະຖືກຈໍາກັດຢູ່ໃນ Casino ແຕ່ພວກເຮົາ ມີມັນຢູ່ໃນຄຸ້ມຕ່າງໆ ໃນເມືອງຂອງພວກເຮົາ. ການວິຈັຍຂອງເຮົາ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາມີ Poker machines ທົ່ວອອສເຕຣເລັຍ ຊຶ່ງມີຫລາຍກວ່າ ATM,ຫ້ອງການໄປສະນີ, ຫ້ອງນ້ຳສາທາຣະນະ. ແລະການສູນເສັຍເຫລົ່ານັ້ນແມ່ນເກີດຂຶ້ນຫຼາຍ ໃນເຂດນອກເມືອງທີ່ ດ້ອຍໂອກາດທີ່ສຸດ."

Fairfield ໃນ Sydney ເປັນຕົວຢ່າງຫນຶ່ງ ທີ່ສະຖາບັນ Grattan ກ່າວວ່າການສູນເສັຍ ຈາກການຫລິ້ນພະນັນ ເປັນສາມເທົ່າ ຂອງຄ່າສເລັ່ຍຂອງຣັດ New South Wales.

ໃນຣັດ Victoria, ແມ່ນ Brimbank ແລະ Dandenong ໃນການສູນເສັຍຢ່າງສູງຂອງຣັດຈາກ Poker machines.

ມັນຮຽກຮ້ອງ ໃຫ້ມີການສັ່ງຫ້າມ ການໂຄສະນາທັງໝົດ ຢ່າງເດັດຂາດ,ການຄ່ອຍໆຫລຸດຈໍານວນ ຂອງ Poker machines ເທື່ອລະນ້ອຍ ແລະໃຫ້ມີກົນໄກ ການຜູກມັດລ່ວງໜ້າ ເພື່ອຊ່ວຍປ້ອງກັນ ນັກຫລິ້ນພະນັນ ທີ່ມີບັນຫາ ຈາກການສູນເສັຍ ຢ່າງຫລວງຫລາຍ.
ໃນປະເທດອື່ນໆ Poker machines ມັກຈະຖືກຈໍາກັດຢູ່ໃນ Casino ແຕ່ພວກເຮົາ ມີມັນຢູ່ໃນຄຸ້ມຕ່າງໆ ໃນເມືອງຂອງພວກເຮົາ.
"ຈໍານວນເງິນປະຈໍາວັນສູງສຸດ ແລະຈໍານວນປະຈໍາວັນ ແລະປະຈໍາປີສູງສຸດ. ພວກເຮົາຈະເວົ້າວ່າ ບ່ອນທີ່ຣັຖບານຂອງ Tasmania ກໍາລັງພິຈາຣະນາ $100 ຕໍ່ມື້, $5000 ຕໍ່ປີ ເປັນຈຳນວນທີ່ເຫມາະສົມ ທີ່ຈະເປັນຈຳນວນສູງທີ່ສຸດ ແລະດ້ວຍວິທີນັ້ນ ທ່ານຈະບໍ່ມີການສູນເສັຍຫຼາຍ ຖ້າຜູ້ຄົນລືມເວລາ, ບໍ່ຮູ້ວ່າເຂົາເຈົ້າໄດ້ສູນເສັຍຫລາຍປານໃດ ແລະສູນເສັຍຫລາຍກວ່າ ທີ່ເຂົາເຈົ້າຈະເສັຍໄດ້."

The Wesley Mission ໃນ Sydney ອະທິບາຍ ເຖິງຄວາມເສັຍຫາຍຂອງການຫລິ້ນພະນັນວ່າ ເປັນວິກິດດ້ານສາທາຣະນະສຸກ.

Reverend Stu Cameron ແມ່ນ CEO ແລະຜູ້ອໍານວຍການຂອງ The Wesley Mission.

"ບໍ່ມີບັນຫາດ້ານສາທາຣະນະສຸກ ທີ່ອັນຕະລາຍຂອງການຫລິ້ນພະນັນຈະບໍ່ມີສ່ວນກ່ຽວຂ້ອງ, ຕໍ່ຄວາມຮຸນແຮງໃນຄອບຄົວ, ຄວາມຄິດຂ້າຕົວຕາຍ, ການທ້າທາຍດ້ານສຸຂະພາບຈິດ, ການຂາດທີ່ຢູ່ ແລະວິກິດການບ້ານເຮືອນ. ມັນມີຜົນກະທົບຫຼາຍຢ່າງ ທີ່ຮ້າຍແຮງ ຕໍ່ຊາວອອສເຕຣເລັຍ ທຸກສາຂາອາຊີບ ແລະທຸກລະຫັດໄປສະນີ ທົ່ວປະເທດຂອງເຮົາ."

ຢູ່ຕາມຖນົນໃນເມືອງ Melbourne, ມີການສນັບສນູນຂໍ້ສເນີຂອງGrattan.

ຄົນທີ1: "ເບິ່ງຄືວ່າ ບໍ່ມີທາງລົບເລີຍ. ເບິ່ງຄືວ່າ ມັນສາມາດຊ່ອຍເຫລືອໄດ້ ແລະບໍ່ຂັດຂວາງຫຍັງ."

ຄົນທີ2: "ຂ້ອຍຄິດວ່າຄວນມີຂໍ້ຈໍາກັດ, ຈຳກັດອາຍຸ ກໍຈະເປັນສິ່ງດີ."

ຄົນທີ3: "ສິ່ງໃດກໍຕາມ ທີ່ຈະຈໍາກັດຈໍານວນເງິນ ຈະເປັນສິ່ງດີ ຖ້າຫາກທ່ານມີ
ພະນັນ. ຖ້າຫາກບັນຫາເລື້ອງການພະນັນ ເປັນທີ່ຮູ້ຈັກ ແລະທ່ານກໍສາມາດຖືກສັ່ງຫ້າມໄດ້ຄືກັນ. ຖ້າຫາກ ເງິນຖືກເອົາໄປຈາກຄອບຄົວ, ເງິນທີ່ຈໍາເປັນສໍາລັບຄ່າເຊົ່າເຮືອນ ຫລືສິ່ງໃດກໍຕາມເຊັ່ນ ອາຫານ, ທ່ານຕ້ອງການເງິນເຫຼົ່ານັ້ນ."

ໃນຄໍາຖແລງຕໍ່ SBS News, ກຸ່ມສນັບສນູນການພະນັນ ທີ່ເປັນຕົວແທນໃຫ້ແກ່ບໍຣິສັດພະນັນ ເຊັ່ນ Sportsbet ແລະ bet365 ກ່າວວ່າ ມັນຕໍ່ຕ້ານ ຂໍ້ຈໍາກັດທີ່ຫລາຍກວ່າເກົ່າ.

CEO ຂອງ Responsible Wagering Australia, Kai Cantwell, ກ່າວວ່າ ອົງກອນນີ້ ຕັ້ງໃຈທີ່ຈະຫລຸດຜ່ອນ ການສຳຜັດ ຂອງການໂຄສະນາ ການພະນັນ ຕໍ່ເດັກນ້ອຍ ແລະບຸກຄົນທີ່ມີຄວາມສ່ຽງ ຕໍ່ການພະນັນ ໃນຂນະທີ່ຍັງຄົງສນັບສນູນກິລາ ແລະຜູ້ຖ່າຍທອດ ທີ່ຕ້ອງເພິ່ງພາເງິນທຶນນີ້.

"ມັນສໍາຄັນ ທີ່ຈະສ້າງຄວາມສົມດຸນ ທີ່ປ້ອງກັນຊາວອອສເຕຣເລັຍ ຈາກການຫັນໄປຫາ ຜູ້ໃຫ້ບໍຣິການທີ່ຜິດກົດຫມາຍ ຈາກຕ່າງປະເທດ, ຊຶ່ງບໍ່ໃຫ້ການປົກປ້ອງ ແກ່ລູກຄ້າ ແລະບໍ່ຈ່າຍພາສີ ແລະຄ່າຈ້າງຊຶ່ງ ຜູ້ໃຫ້ບໍຣິການ ທີ່ມີໃບອະນຸຍາດຕ້ອງຈ່າຍ."
ຖ້າຫາກ ເງິນຖືກເອົາໄປຈາກຄອບຄົວ, ເງິນທີ່ຈໍາເປັນສໍາລັບຄ່າເຊົ່າເຮືອນ ຫລືສິ່ງໃດກໍຕາມເຊັ່ນ ອາຫານ, ທ່ານຕ້ອງການເງິນເຫຼົ່ານັ້ນ.
ລາວກ່າວວ່າ ມີຄວາມກ້າວຫນ້າທີ່ສໍາຄັນ ໃນການປັບປຸງ ຄວາມປອດພັຍ ຂອງອຸດສະຫະກັມ ໃນຊ່ວງທົດສະວັດທີ່ຜ່ານມາ.

"ຮວມທັງການແນະນໍາໂຄງການ ເຊັ່ນ BetStop, ສົ່ງເສີມການຈໍາກັດເງິນໃນການພະນັນ, ຫ້າມການໃຊ້ບັດສິນເຊື່ອ ແລະມາດຕະການ ການບັງຄັບການຢືນຢັນຕົວຕົນ ທີ່ເຄັ່ງຄັດ. ແທນທີ່ຈະຄວບຄຸມຕລາດ ທີ່ຖືກຕ້ອງຕາມກົດຫມາຍຫລາຍເກີນໄປ ແລະຊຸກຍູ້ລູກຄ້າ ໃຫ້ໄປຫາທາງເລືອກຢູ່ນອກປະເທດ ທີ່ບໍ່ມີການຄວບຄຸມ ແລະບໍ່ປອດພັຍ, ຣັຖບານ ແລະອຸດສະຫະກັມ ຄວນໃຫ້ຄວາມສໍາຄັນ ຂອງການນຳປະຕິບັດໂຄງການເຫລົ່ານີ້ ເພື່ອຊ່ອຍເຫລືອຊາວອອສເຕຣເລັຍ ໃຫ້ຄວບຄຸມພຶດຕິກັມ ການຫລິ້ນພະນັນຂອງເຂົາເອງ."

ຣັຖບານກາງ ຍັງບໍ່ໄດ້ປະກາດວ່າ ມັນຈະຄວບຄຸມອຸດສະຫະກັມແນວໃດ.

Michelle Rowland, ຣັຖມົນຕີ ກະຊວງສື່ສານ (Minister for Communications) ໄດ້ໃຫ້ຖແລງການຕໍ່ SBS News.

"ຣັຖບານ Albanese ຮັບຜິດຊອບ ຕໍ່ຫນ້າທີ່ຂອງເຮົາຢ່າງຈິງຈັງ ໃນການປົກປ້ອງຊາວອອສເຕຣເລັຍ-ໂດຍສະເພາະເດັກນ້ອຍ ແລະຊາວຫນຸ່ມ-ຈາກອັນຕະຣາຍຂອງການພະນັນ ທາງອິນເຕີເນັດ. ພວກເຮົາ ກໍາລັງປຶກສາຫາລື ກັບຜູ້ມີສ່ວນຮ່ວມ ກ່ຽວກັບແບບຢ່າງທີ່ສເນີ ເຊິ່ງແນໃສ່ການແກ້ໄຂ ຄວາມກ່ຽວຂ້ອງ ລະຫວ່າງການພະນັນ ແລະກິລາ, ຫລຸດຜ່ອນການສຳຜັດ ຂອງເດັກນ້ອຍ ຕໍ່ການໂຄສະນາການພະນັນ ທາງອິນເຕີເນັດ ແລະຮັບມືກັບການໂຄສະນາການພະນັນ ທີ່ຫຼາຍເກີນໄປ. ຣັຖບານ Albanese ໄດ້ບອກຢ່າງຊັດແຈ້ງວ່າ ສະພາບການ ທີ່ບໍ່ມີການປ່ຽນແປງນັ້ນ ບໍ່ສາມາດຈະຢູ່ຢ່າງຫມັ້ນຄົງໄດ້. ພວກເຮົາ ຈະມີຫລາຍຢ່າງ ທີ່ຈະເວົ້າໃນເວລາທີ່ເຫມາະສົມ."

ເນື້ອເລື່ອງໂດຍ Greg Dyett, Naveen Razik and SBS Arabic  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່




Share