ອອສເຕຣເລັຍກຳລັງຈະບັນລຸຂໍ້ຕົກລົງກັບ Moderna ທີ່ຈະຜລິດຢາຕ້ານໂຄວິດ ທີ່ Melbourne.

A health worker prepares to administer a Covid-19 booster

A health worker prepares to administer a Covid-19 booster vaccine at a vaccination centre. Source: LightRocket

Get the SBS Audio app

Other ways to listen

ອອສເຕຣເລັຍກຳລັງຈະເປັນປະເທດທຳອິດໃນຊີກໂລກພາກໃຕ້ທີ່ສາມາດຜລິດຢາປ້ອງກັນໂຄວິດ. ມະຫາວິທຍາລັຍ Monash ໄດ້ຮັບການສນັບສນຸນຢ່າງເຕັມທີ່ຈາກຣັຖບານທີ່ຈະເປັນຜູ້ຜລິດຢານັ້ນ.


ຢາວັກຊີນ mRNA ຊຸຸດທໍາອິດຄາດວ່າຈະຖືກຜລິດແລະນຳມາໃຊ້ໃນປີ 2024 ຫຼັງຈາກການຕົກລົງທີ່ສໍາຄັນກັບບໍຣິສັດຍັກໃຫຍ່ຂອງຢາ Moderna.

ບໍຣິສັດ ໄດ້ຕົກລົງ ກັບ ຣັຖບານຂອງ Victoria ແລະ ຣັຖບານກາງ ສໍາລັບ ໂຮງງານຜລິດໃຫມ່ໃນ ເມືອງ Melbourne. ດັ່ງທີ່ Gareth Boreham... ລາຍງານ.

ຕົວສື່ສານ RNA (Messenger RNA), ຫຼື mRNA vaccines ສອນຈຸລັງ  (Cells) ໃນຮ່າງກາຍວິທີການສ້າງໂປຣຕີນ (Protein) ທີ່ຈະກະຕຸ້ນໃຫ້ເກີດການຜົນສະທ້ອນຕໍ່ພູມຕ້ານທານ. ມັນມີຄວາມແຕກຕ່າງຈາກການສັກຢາປ້ອງກັນແບບເກົ່າ ຊຶ່ງມີເຊື້ອແບັກທີເຣຍທີ່ອ່ອນແອຫຼືຕາຍຈາກເຊື້ອໄວຣັສ ທີ່ຢາພຍາຍາມຕໍ່ສູ້.

ໃນການຢືນຢັນ ຂໍ້ຕົກລົງ ກັບບໍຣິສັດຢາ Moderna ທີ່ຈະຜລິດ ຢາວັກຊີນ mRNA ໃນອອສເຕຣເລັຍ, ທ່ານ Scott Morrison ກ່າວວ່າ ເທັກໂນໂລຈີ ດັ່ງກ່າວ ໄດ້ຖືກຖືວ່າເປັນເລື່ອງ ຂອງນິຍາຍວິທະຍາສາດ ກ່ອນທີ່ການລະບາດຂອງ COVID-19 ໄດ້ສົ່ງຜົນໃຫ້ການພັດທະນາ ຂອງເທັກໂນໂລຈີກ້າວໜ້າຢ່າງໄວ.

"ມີບໍ່ເທົ່າໃດປະເທດໃນໂລກທີ່ສາມາດເຂົ້າເຖິງຈຸດນີ້ໄດ້ໂດຍຜ່ານການລະບາດຂອງພະຍາດນີ້, ແລະແນ່ນອນວ່າບໍ່ມີຜູ້ໃດໃນຊີກໂລກໃຕ້ທີ່ເຮັດໄດ້. ບາງສ່ວນຂອງ ອາເມຣິກາເຫນືອ ແລະ ຢູໂຣບ ທີ່ມີຄວາມສາມາດເຫຼົ່ານີ້ ກ່ອນການລະບາດໄດ້ເລີ່ມຕົ້ນ, ແລະ ບັດນີ້ ອອສເຕຣເລັຍ ໄດ້ເຂົ້າໄປໃນກຸ່ມຂອງປະເທດເຫຼົ່ານັ້ນ ໂດຍອີງໃສ່ການທີ່ຈະສາມາດຜລິດໃຊ້ຢາຢູ່ທີ່ປະເທດນີ້. ດຽວນີ້, ເຫດຜົນທີ່ພວກເຮົາສາມາດເຮັດໄດ້ແມ່ນພວກເຮົາມີບຸກຄະລາກອນ, ພວກເຮົາມີຄວາມມຸ່ງຫມັ້ນ, ພວກເຮົາມີໂຄງສ້າງພື້ນຖານ, ແລະທັງຫມົດນີ້ມີຢູ່ໃນ Melbourne ນີ້."

ຂໍ້ຕົກລົງຣະຫວ່າງ ບໍຣິສັດ ແລະ ຣັຖບານ ວິກຕໍເຣັຍ ແລະ ຣັຖບານກາງ ໄດ້ຖືກປະກາດເປັນເທື່ອທໍາອິດໃນເດືອນ ທັນວາ ແຕ່ໃນ ເສັ້ນທາງການໂຄສະນາຫາສຽງທີ່ບໍ່ເປັນທາງການ ດ້ວຍການ ເລືອກຕັ້ງທີ່ໃກ້ເຂົ້າມາ, ທ່ານ ນາຍົກຣັຖມົນຕີ ກໍມີຄວາມກະຕືລືລົ້ນ ທີ່ຈະຢືນຄຽງຂ້າງ ກັບເພື່ອນຮ່ວມງານ ແລະ ຜູ້ຕາງຫນ້າຂອງບໍຣິສັດ ເພື່ອໃຫ້ລາຍລະອຽດຕື່ມອີກ.

ຣັຖມົນຕີ ສາທາຣະນະສຸກ ທ່ານ Greg Hunt ພ້ອມດ້ວຍສະມາຊິກສະພາ ຂອງເຂດເລືອກຕັ້ງ Chisholm ທ່ານນາງ Gladys Lui ໄດ້ຊຸກຍູ້ ມະຫາວິທະຍາໄລ Monash ໃຫ້ເປັນສະຖານທີ່ ທີ່ອາດເປັນໄປໄດ້ສໍາລັບສະຖານທີ່ຜລິດຢາ. ທ່ານນາງ Gladys Lui ແມ່ນສະມາຊິກສະພາ ຜູ້ທີ່ມີບ່ອນນັ່ງ ທີ່ໝັ້ນຄົງທີ່ສຸດຂອງພັກໃນ ເຂດພາກຕາເວັນອອກຂອງ ເມືອງ Melbourne.

"ສະນັ້ນ, ແມ່ນການຕັດສິນໃຈ ລະຫວ່າງ ຣັຖບານ Victoria ແລະ Moderna... ຣັຖ Victoria ກຳລັງຈະເຮັດຂໍ້ຕົກລົງຂອງຕົນກັບ Moderna ໃຫ້ເສັດສິ້ນ ແລະ ຂ້າພະເຈົ້າຈະເວົ້າວ່າ ມີສະຖານທີ່ອີກຈໍານວນນຶ່ງທີ່ກໍາລັງຖືກພິຈາຣະນາຢູ່. ທ່ານນາງ Gladys ກໍໃຫ້ການສະຫນັບສະຫນູນຢ່າງເຕັມທີຕໍ່ Monash ແລະນີ້ກໍແມ່ນບ່ອນທີ່ເຮົາມັກທີ່ສຸດ ແລະ ພວກເຮົາໄດ້ສົນທະນາກັນໃນເຊົ້າມື້ນີ້, ແຕ່ເຮົາກໍຕ້ອງຖ້າຈົນຕອນທີ່ຣັຖ Victoria  ໄດ້ບັນລຸຂໍ້ຕົກລົງແລ້ວ ພວກເຮົາຈຶ່ງຈະສາມາດປະກາດໃຫ້ຮູ້...ແຕ່ Monash ແມ່ນຢູ່ໃນອັນດັບຕົ້ນໆຂອງລາຍການ."

ສູນຄົ້ນຄວ້າ ແລະ ພັດທະນາຈະເປັນສະຖານທີ່ທໍາອິດໃນຊີກໂລກພາກໃຕ້ທີ່ຜລິດຢາວັກຊີນ mRNA, ແລະ ຄາດວ່າຈະຜລິດໄດ້ເຖິງ 100 ລ້ານໂດສ ໃນແຕ່ລະປີສໍາລັບການໂຣກຕ່າງໆ ລວມທັງ COVID-19 ແລະ ໄຂ້ຫວັດໃຫຍ່. ທ່ານ Michael Azrak ຫົວຫນ້າຂອງ Moderna  ກ່າວວ່າ ລາວຄາດຫວັງວ່າ ໂຮງງານແຫ່ງນີ້ ຈະສ້າງອາຊີບທີ່ມີທັກສະ ຫລາຍເຖິງ 150 ຕຳແໜ່ງ ເມື່ອໂຮງງານມີຄວາມພ້ອມແລ້ວ.

"ມັນເປັນໂອກາດສໍາຄັນສໍາລັບອອສເຕຣເລັຍ, ສໍາລັບ Moderna, ຄນະຄົ້ນຄວ້າທາງການແພດຂອງພວກເຮົາ, ແລະອຸດສາຫະກັມເຕັກໂນໂລຊີສູງຂອງພວກເຮົາ. ອອສເຕຣເລັຍເປັນປະເທດທໍາ ອິດໃນໂລກທີ່ໄດ້ບັນລຸຂໍ້ຕົກລົງກັບ Moderna ໃນການ ຜລິດໃນປະເທດ. ດັ່ງທີ່ທ່ານນາຍົກຣັຖມົນຕີໄດ້ປະກາດກ່ອນຫນ້ານີ້, ພວກເຮົາໄດ້ເວົ້າຕອນສາມເດືອນກ່ອນ, ແລະໃນຄຳເວົ້ານັ້ນແມ່ນຄວາມມຸ່ງໝັ້ນຂອງການເປັນຄູ່ຮ່ວມງານທີ່ຫມັ້ນຄົງລະຫວ່າງ Commonwealth, Moderna, ແລະຣັຖບານ Victoria ເພື່ອເຮັດໃຫ້ຂໍ້ຕົກລົງນີ້ເປັນຈິງ. ອອສເຕຣເລັຍຈະມີຄວາມສາມາດຢູ່ໃນປະເທດ ຂອງການຄົ້ນຄວ້າແນວໜ້າທີ່ສຸດ ທີ່ມີຢູ່ໃນປັດຈຸບັນ ສໍາລັບຢາວັກຊີນທາງເດີນຫາຍໃຈ mRNA.

ຕາມທີ່ທ່ານ Scott Morrison ກ່າວ, ມັນເປັນຂໍ້ຕົກລົງຫຼາຍພັນລ້ານໂດລາ... ແລະກໍເປັນອີກສັນຍານຫນຶ່ງຂອງຄວາມສາມາດຂອງອອສເຕຣເລັຍ ທີ່ຈະດຶງດູດບໍຣິສັດທີ່ໃຫຍ່ທີ່ສຸດແລະມີຄວາມຄິດໃຫມ່ທີ່ສຸດໃນໂລກ.

"ແລະພວກເຂົາກໍາລັງມາທີ່ Melbourne ນີ້, ແລະພວກເຂົາກໍາລັງຈະມາເຖິງພາກສ່ວນອື່ນໆຂອງອອສເຕຣເລັຍ ແລະພວກເຂົາເຈົ້າກໍາລັງຈະມາບ່ອນທີ່ມີໂຄງສ້າງພື້ນຖານ, ບ່ອນທີ່ມີບຸກຄະລາກອນ, ເພາະວ່າມັນເປັນຈຸດໃຈກາງຂອງແຜນເສດຖະກິດຂອງພວກເຮົາ. ຂ້າພະເຈົ້າຢາກເນັ້ນວ່າ ສິ່ງທີ່ເຮົາປະກາດໃນວັນນີ້ ແມ່ນສໍາຄັນຫລາຍສໍາລັບການຕຽມພ້ອມຂອງການລະບາດໃນອະນາຄົດ. ແລະ ພວກເຮົາໄດ້ຖືກຈັດໃຫ້ຢູ່ໃນອັນດັບທີສອງແລ້ວໃນໂລກ ກ່ຽວກັບການຕຽມພ້ອມ ຂອງການລະບາດ. ຂ້າພະເຈົ້າ ຫມາຍເຖິງຄວາມຄວາມຕຽມພ້ອມຂອງເຮົາ ແລະ ຄວາມອົດທົນຂອງ ເຮົາຈົນເຖິງວັນນີ້. ນີ້ແມ່ນສິ່ງທີ່ກ່ຽວກັບຄວາມແນ່ໃຈວ່າ ເຮົາຈະມີການຕຽມພ້ອມໃນອະນາຄົດຂອງເຮົາ ເປັນສອງເທົ່າ. ດັ່ງນັ້ນ, ນີ້ແມ່ນກ່ຽວກັບການວາງແຜນລ່ວງຫນ້າຂອງພວກເຮົາສໍາລັບການສ້າງອາຊີບ, ການວາງແຜນລ່ວງຫນ້າຂອງພວກເຮົາສໍາລັບການປົກປ້ອງສຸຂະພາບຂອງຊາວອອສເຕຣເລັຍ”

ໃນຂະນະທີ່ ການຜລິດ ຢາວັກຊີ ນ COVID-19 ຈະເປັນສິ່ງສໍາຄັນກວ່າຢ່າງອື່ນຂອງບ່ອນຜລິດຢາເມື່ອມັນເປີດ, ແຕ່ທ່ານ Azrak ກ່າວວ່າ ມັນຈະບໍ່ເປັນຢາພຽງຊນິດດຽວທີ່ຜລິດ.

"ຂ້າພະເຈົ້າຄາດວ່າໄຂ້ຫວັດໃຫຍ່ຈະບໍ່ຢູ່ໄກເກີນໄປ. ແລະ ກໍຈະເປັນໄວຣັສ ສັງເຄາະ (Respiratory Syncitial Virus) ທາງເດີນຫາຍໃຈ, ແລະພວກເຮົາສາມາດມີຢາວັກຊີນ COVID-influenza ໄດ້ດີພ້ອມໂດຍເວລາການຜລິດເລີ່ມ"

ຄາດວ່າ ຈະເປັນປະມານປີ 2024.

ເນື້ອເລື່ອງໂດຍ Gareth Boreham ຂ່າວ SBS News,

ຜລິດໂດຍ ສັກພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ

 


Share