ເປັນຫັຍງລາວໃນຣັດນີວຊາວແວນລ໌ໂຈະໄວ້ການຈະສເລີມສລອງສັບປະດາອົພຍົບ?

Supporters of the Murugappan family holding signs at Perth airport (AAP)

Supporters of the Murugappan family holding signs at Perth airport (AAP) Source: AAP

ສັບປະດາອົພຍົບ :

 

ໃນປະເທດອອສເຕຼເລັຍ ສຳຮັບການສເລີມສລອງ ສັບປະດາອົພຍົບ (ເຣຟຸຍຊີ ວິກ) ປີ 2021 ເປັນກິຈກັມພິເສດອັນນຶ່ງ.

ແຕ່ຍ້ອນຜົນສະທ້ອນຈາກ ໂຄວິດ-19 ມັນເປັນການຍາກຊາທີ່ຈະສເລີມສລອງສັບປະດາ ອົພຍົບ ໂດຍການເຕົ້າໂຮມກັນໂດຍສາທາຣະນະຊົນ. ນີ້ພາໃຫ້ການສເລີມສລອງນັ້ນກັບກາຍເປັນກິຈກັມສ່ວນໂຕຫຼືສິ່ງທີ່ຖຶກຈັດຂຶ້ນຜ່ານຣະບົບອິນເຕີແນດຕ໌.

ໃນໂລກນີ້ຈຳນວນຄົນທີ່ຈຳໃຈໄດ້ຜັດພາກຈາກຖິ່ນຖານແມ່ນທະວີຂຶ້ນຢູ່ຕລອດມາເປັນປະຫວັດການ ແລະມີຫຼາຍຂື້ນເຖິງສອງເທົ່າໃນຣະຍະຊາວປີທີ່ຜ່ານມາ. ນັ້ນແມ່ນມີຢູ່ໃນໜັງສືລາຍງານປະຈຳປີຂອງສະຫະປະຊາຊາດ ຢູແອນເຮດຊີອາຣ໌. ສະຫະປະຊາຊາດນັ້ນເວົົ້າວ່າຈຳນວນອົພຍົບນັ້ນຈະມີຫຼາຍກ່ວານັ້ນອີກຖ້າຫາກ ໂຄວິດ-19 ບໍ່ອັດບໍ່ປິດຊາຍແດນຣະຫວ່າງປະເທດຕ່າງໆໄວ້.

ສັບປະດາອົພຍົບໃຫ້ໂອກາດແກ່ຄົນທັງຫຼາຍຈະຮູ້ຈະເຫັນຈະຊາບແລະຊົມຊື່ນກ່ຽວກັບອົພຍົບ.

ຈຸດປະສົງຫຼັກຂອງສັບປະດາອົພຍົບແມ່ນເພື່ອເຮັດໃຫ້ຄົນສ່ວນໃຫຍ່ຊາບເຖິງບັນຫາແລະຄວາມຍາກຊາທີອົພຍົບແລະຜູ້ຂໍລີ້ພັຍປະເຊີນຢູ່.

ໃນປີນີ້ ຢູ່ໃນ ແວບໄຊຕ໌ ຂອງຄະນະກັມການອົພຍົບອອສເຕຼເລັຍ (ເຣຟຸຍຈີ ຄາວໂຊນ ອອຟ ອອສເຕຼເລັຍ) ຄຳຂວັນແມ່ນ "ຢູນີຕີ ເດີເວ ຟໍເວີກດ໌" (ຄວາມສມັກຄີ ເປັນວິທີເດີນໜ້າ) . ຄຳຂວັນນີ້ນັ້ນໂຮມເຂົ້າກັນບຸກຄົນສ່ວນໂຕ, ຊຸມຊົນແລະອົງການຈັດຕັ້ງຕ່າງໆຈາກນາໆພື້ນຖານທີ່ແຕກຕ່າງກັນໃນເຈຕນາອັນດຽວກັນ. ຄຳຂັວນຂອງທຸກຄົນນັ້ນເປັນສິ່ງບອກເຕືອນວ່າພວກເຮົາທັງໜົດເປັນມະນຸດດ້ວຍກັນ ໂດຍບໍ່ວ່າພວກເຮົາມີຄວາມແຕກຕ່າງກັນກໍຕາມແຕ່.

ຊຸມຊົນຊາວລາວເຮົາຮູ້ດີແທ້ກ່ຽວເຖິງຄວາມສຳຄັນຂອງການຮູ້ການຊາບກ່ຽວເຖິງອົພຍົບໃນອອສເຕຼເລັຍ ຍ້ອນວ່າຄົນລາວສ່ວນໃຫຍ່ເລີ້ມມາຣອດອອສເຕຼເລັຍໃນປີ 1976 ຈາກສູນອົພຍົບຕ່າງໃນປະເທດໄທຍ໌.

 

ສະມາຄົມສົ່່ງເສີມຊຸມຊົນລາວ ນີວຊາວແວນລ໌ (ສສຊລ) ມີໂຄງການຈະເລີມສລອງສັບປະດາການອົພຍົບ.

ທ່ານ ເດ ສີແສວຣັດ ປະທານປະຊາສຳພັນຂອງສະມາຄົມດັ່ງກ່ວາເວົ້າວ່າ "ຕາມປົກກະຕິ ຣັຖບານອອສເຕຼລັຍມີວັນອົພຍົບປີນຶ່ງເທື່ອນຶ່ງ ໂດຍສະເພາະແມ່ນທ້າຍເດືອນ ຈູນ (ມິຖຸນາ) ແຕ່ຣະປີ ແຕ່ສຳຮັບ ສສຊລ ແລ້ວສະດວກສະບາຍທີ່ສຸດແມ່ນເຮົາເລືອກເອົາວັນທີ 26 ເພາະວ່າເປັນວັນເສົາ".

ສຳຮັບສຸດປີນີ້ສະມາຄົມສົ່ງເສີມຊຸມຊົນລາວນີວຊາວແວນລ໌ໂຈະໄວ້ການຈະສເລີມສລອງສັບປະດາອົພຍົບນັ້ນແລ້ວ ຍ້ອນ ໂຄວິດ-19 ແຜ່ຣະບາດຂຶ້ນໃນຂົງເຂດ ຊິດນີ ນະຄອນຫຼວງຂອງຣັດນີວຊາວແວນລ໌, ອອສເຕຼເລັຍແລະຂົງເຂດອື່ນໆຂອງຣັດດັ່ງກ່າວນຳ.

ໃນການສອບຖາມທ່ານ ເດດ ສີແສງຣັດ ກ່ຽວກັບວ່າຄົນລາວໃນຣັດນີວຊາວແວນລ໌ເປັນ ໂຄວິດ-19 ບໍ່ ນັ້ນ ທ່ານຕອບວ່າ "ມີຢູ່ແຕ່ວ່າບໍ່ເຫັນວ່າຕິດພັນໄປຈົນຮອດການເສັຍຊີວິດ".

 

ທ່ານປະທານ ເດດ ກໍບອກໃຫ້ຮູ້ວ່າ ຍ້ອນສະຖານະພາບນະການແລະໂດຍມີການຕ້ອງຫ້າມຕ່າງໆຢູ່ໃນເວລານີ້ ມັນເປັນສິ່ງສຳຄັນທີ່ການຈະສເລີມສລອງສັບປະດາອົພຍົບຂອງ ສສຊລ ຖຶກໂຈະໄວ້ເສັຍກ່ອນ ໂດຍທ່ານກໍເນັ້ນວ່າ "ຄົນລາວເຮົາຢູ່ໃນເຂດອ້ອມແອ້ມທີ່ເຮົາເຂົ້າໃນກັນນີ້ ມີສະຕິສູງທີ່ສຸດ ຄືຢ້ານຣະວັງ ບໍ່ອອກມາຫາຊຸມຊົນ ແປວ່າຣະວັງເນື້ອຣະວັງໂຕທີ່ສຸດ ແປວ່ານີ້ມີສະຕິສູງເດີ້ຕອນນີ້ ແຕ່ໃນຕອນຕົ້ນກະຢາກລວນລານແດ່ ບໍ່ເຊື່ອ ແຕ່ດຽວນີ້ມີສະຕິສູງໃນການປ້ອງກັນໂຕເອງແລະປ້ອງກັນຊຸມຊົນເຮົາໜີ້ ເພາະສະນັ້ນຂະເຈົ້າຈຶ່ງສົ່ງເສີມໃຫ້ພວກເຮົາໜີ້ຍົກເລີກ" ການຈະສເລີມສລອງສັບປະດາອົພຍົບນັ້ນໄວ້ກ່ອນ.

ນີ້ໜາຍເຖິງວ່າການຈະສເລີມສລອງສັບປະດາອົພຍົບໂດຍ ສສຊລ ຖຶກໂຈະໄວ້ແລ້ວຈົນກ່ວາສະຖານະການນະພາບຈະປົກກະຕິຄືນແລະມີຄສາມປອດພັຍຈາກ ໂຄວິດ-19.

 

ສຳຮັບການສະພາດທ່ານ ເດດ ສະແສງຣັດ ປະທານປະຊາສຳພັນຂອງ ສສຊລ ກະຣຸນາກົດ :


Share
Published 8 July 2021 8:37pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends