ວີຊານັກຮຽນເພື່ອມາຮຽນໃນອອສເຕຼເລັຍ

ການມາຮຽນຢູ່ໃນອອສເຕຼເລັຍບໍ່ແມ່ນຂອງງ່າຍໆ ຍ້ອນມັນມີກົດເກນຕ່າງໆຄວບຄຸມ... ດ້ວຍເຫດນີ້ຈະມາຮຽນຢູ່ໃນດອນໃຫຍ່ຈິ່ງໂຈກໄດ້ແບບໃດ?

Visas for overseas students

Visas for overseas students Source: Getty Images

ວີຊານັກຮຽນ (Student Visa) ຫຼືຖ້າຈະເວົ້າອີກແນວນຶ່ງມັນແມ່ນວີຊາສຳຮັບມາຮ່ຳມາຮຽນຢູ່ໃນອອສເຕຼເລັຍ.

ວີຊານີ້ຖຶກນຳໃຊ້ໄດ້ໃນຫຼາຍແບບຫຼາຍແນວ...

 

ອອສເຕຼເລັຍໂດ່ງດັງ ມີຊື່ສຽງເປັນປະເທດນາໆວັທນະທັມ, ສະບາຍສະບາຍ ບໍ່ຂຸ້ນຂ້ຽວໃນດ້ານຊີວິດ ແລະມີ

ທັມຊາດທີ່ສວຍງາມຫູສວຍງາມຕາ. ນອກນັ້ນກໍມີຊື່ສຽງລມກັນວ່າເປັນປະເທດທີ່ມີຫໍສະໜຸດທີ່ຖຶກຄ້ຳຈູນ

ດີໃນດ້ານການເງິນ ແລະມີສະຖານທີ່ຕ່າງໆທີ່ມີຄຸນນະພາບແລະສະມັຕພາບຂັ້ນໂລກ.

ທັງໜົດນີ້ເປັນສິ້ນສ່ວນນຶ່ງທີ່ອອສເຕຼເລັຍເປັນທີ່ຈັບອົກຈັບໃຈຂອງນັກຮຽນນັກສຶກສາໃນຕ່າງປະເທດ.

 

ແຕ່ອອສເຕຼເລັຍມີວິທີການເຂົ້າມາຍັງອອສເຕຼເລັຍທີ່ເຄັງຄັດ -ເຊັ່ນ: ວີຊານັກຮຽນເພື່ອມາຮຽນມາສຶກສາຢູ່

ໃນອອສເຕຼເລັຍ.

ກ່ອນຈະເຂົ້າມາຮຽນຢູ່ໃນອອສເຕຼເລັຍ ບໍ່ວ່າຂັ້ນໃດກໍຕາມ ຜູ້ຈະມາຈຳຕ້ອງມີວີຊານັກຮຽນ ຄື Student Visa.

 

ເພື່ອຈະໄດ້ວີຊານັກຮຽນນັ້ນ ແມ່ນຕ້ອງຖຶກຮັບຮູ້ເອົາເຂົ້າໂຮງຮຽນເສັຍກ່ອນ ແລະຫຼັກສູດການຮຽນແມ່ນອັນ

ທີ່ຣັຖານອອສເຕຼເລັຍຣະບຸໄວ້ແລ້ວ -ຄື:​CRICOS ທີ່ໂດຍເຕັມໆແລ້ວອ່ານວ່າ Commonwealth Register of

Institutions and Courses for Overseas Students.

 

ຍານາງ Maria Jockel ຜູ້ສ່ຽວຊານໃນດ້ານກົດໜາຍແລະເປັນນາຍໜ້າຢູ່ນະທີ່ບໍຣິສັດກົດໜາຍ Holding

Redlicks ໃນອອສເຕຼເລັຍ ເວົ້າວ່າມັນເປັນສິ່ງຈຳເປັນ ທີ່ກ່ອນຈະມາຮຽນໃນອອສເຕຼເລັຍ ທີ່ຕ້ອງມີເອກສານ

ທີ່ຢັ້ງຢືນວ່າຖຶກຮັບຮູ້ເປັນນັກຮຽນຂອງໂຮງຮຽນແລ້ວ ທີ່ໂຮງຮຽນນັ້ນຈຳຕ້ອງເປັນຜູ້ໃຫ້ການສຶກສາທີ່ຖຶກລົງ

ທະບຽນກັບຣັຖບານອອສເຕຼເລັຍແລ້ວ ຄືໂຮງຮຽນທີ່ຖຶກຣັຖບານອອສເຕຼເລັຍຮັບແລ້ວ ວ່າໄປ !

ນີ້ແປວ່າຜູ້ຈະມາຮຽນຕ້ອງເຂົ້າໄປໃນ website ຂອງ CRICOS ແລະຊອກເບິ່ງຫຼັກສູດທີ່ຖຶກຮັບຮູ້ໂດຍຣັຖບານ

ອອສເຕຼເລັຍ.

 

ສິ່ງສຳຄັນອັນນຶ່ງແມ່ນຕ້ອງມີເງິນມີຄຳເພື່ອການຮຽນນັ້ນ -ດັ່ງ: ຄ່າຮຽນ, ທີ່ຢູ່ເຊົາຢູ່ກິນແລະການດູແລໃນດ້ານ

ສຸຂພາບ.

ກ່ຽວກັບດ້ານສຸຂພາບ ແມ່ນຕ້ອງມີປະກັນພັຍສຸຂພາບສ່ວນຕົວ.

ແລະຕ້ອງຖຶກຕ້ອງກັບ character ທີ່ອອສເຕຼເລັຍຕ້ອງການ. ນີ້ແມ່ນມີປະຫັວດຫຼືວ່າຊີວະປະຫັວດອັນຈົບດີຕາມ

ທີ່ອອສເຕຼເລັຍຕ້ອງການ.

ແລະຕ້ອງບໍ່ຕົກການສອບເສັງພາສາອັງກິດ.

 

ບາງທີສິ່ງນຶ່ງທີ່ຫຼີກລ້ຽງບໍ່ໄດ້ແມ່ນຕ້ອງເສັຍຄ່າການຂໍເອົາວີຊານັກຮຽນນັ້ນ. ນີ້ມີຣາຄາເຖິງ $620.

ຈຳນວນທີ່ອອສເຈຼເລັຍໃຫ້ຄົນຕ່າງປະເທດເຂົ້າມາຮຽນຢູ່ໃນອອສເຕຼເລັຍແມ່ນບໍມີຈຳກັດຈຳນວນສຳຮັບແຕ່ຣະປີ.

 

ເມື່ອເຂົ້າມາຮຽນຢູ່ໃນອອສເຕຼເລັຍ ນັກຮຽນເຮັດວຽກເຮັດການໄດ້ບໍ່ເກີນ 20 ຊົ່ວໂມງຕໍ່ສັບປະດາໃນຣະຍະການເຂົ້າ

ໂຮງຮຽນ ຄື term ການຮຽນ. ແຕ່ໃນຍາມໂຮງຮຽນຜັກແມ່ນເຮັດວຽກການງານໄດ້ແບບເຕັມເວລາດັ່ງຄົນທົ່ວໄປ.

ໃຫ້ເຂົ້າໃຈວ່າວີຊານັກຮຽນແມ່ນມີຈຸດປະສົງໃຫ້ນັກຮຽນນັ້ນຕັ້ງໃຈຮຽນເປັນຫຼັກເປັນແກນ ບໍ່ແມ່ນເຮັດວຽກເປັນຫຼັກ.

 

ຣະຍະການມາຮຽນຢູ່ໃນອອສເຕຼເລັຍແມ່ນອາດໄດ້ຮອດ 5 ປີ ຫຼືວ່າຕໍ່ວີຊານັນໄດ້ເຖິງ 5 ປີ.

ຍານາງ Maria Jockel ຜູ້ສ່ຽວຊານໃນດ້ານກົດໜາຍທີ່ເປັນນາຍໜ້າຢູ່ນະທີ່ບໍ່ຣິສັດກົດໜາຍ Holding Redlicks

ເວົ້າວ່າມັນເປັນສິ່ງສຳຄັນທີ່ນັກຮຽນທີ່ຈະມາຮຽນຢູ່ໃນອອສເຕຼເລັຍຈະອ່ານເບິ່ງໜັງສືທີ່ໃຫ້ວີຊາແກ່ພວກຂະເຈົ້ານັ້ນ

ແລະຕ້ອງຮູ້ຈັກຄວາມຕ້ອງການຕ່າງໆກ່ຽວກັບວີຊານັກຮຽນນັ້ນ.

ສິ່ງນຶ່ງທີ່ສັງເກດຮູ້ເຫັນແມ່ນນັກຮຽນນັ້ນບໍ່ຫົວຊາຫຼືສັງເກດເບິງວັນກຳໜົດຂອງວີຊານັ້ນ ຄື - ການຈຳຕ້ອງອອກເດີນທາງ

ມາຍັງອອສເຕຼເລັຍເພື່ອມາຮຽນ..

 

ບາດວ່າຮຽນຈົບຫຼືຈຸບການສຶກສາແລ້ວເດ້?

ວີຊານັກຮຽນເພື່ອມາຮຽນໃນອອສເຕຼເລັຍ ຄື Student Visa ສາມາດໜົດກຳໜົດກ່ອນເວລາການຮຽນຈົບ.

ຖ້າຫາກມັນເປັນດັ່ງນີ້ ນັກຮຽນມີສິດຮ້ອງຂໍເອົາວີຊານັກທ່ອງທ່ຽວ (Visitor Visa) ຊະນິດ Subclass 600.

ຖ້າຫາກນັກຮຽນປາຖນາຈະຢູ່ໃນອອສເຕຼເລັຍດົນນານຕື່ມເມື່ອຮຽນຈົບແລ້ວ ແມ່ນວ່າພວກຂະເຈົ້າສາມດຮ້ອງຂໍ

ອີກໃໜ່ເອົາວີຊາຊົ່ວຄາວສຳຮັບນັກຮຽນທີ່ຮຽນຈົບ ຄື - ວີຊາ Temporary Graduate Visa (ຊະນິດ Subclass 485)

ຫຼືວີຊາຊິນິດຮຽນຈົບທີ່ມີຄວາມສຳນິສຳນານທີ່ຖຶກຮັບຮູ້ ຄື - Skilled Recognised Graduate Visa (ຊະນິດ Subclass

476).

 

ອັນວ່າຊະນິດ Subclass 485 ນັ້ນແມ່ນສຳຮັບ Graduate Work ແລະ Post Study Work.

Graduate Work ໃຫ້ນັກຮຽນຮ່ຳຮຽນແລະເຮັດວຽກໄດ້ຢູ່ໃນອອສເຕຼເລັຍເຖິງ 18 ເດືອນ.

Post Study Work ອະນູຍາດໃຫ້ເຮັດວຽກດົນນານກ່ວາ ທີ່ຕາມປົກກະຕິແລ້ວແມ່ນຣະຫ່ວາງ 2 ຫາ 4 ປີ.

 

ກ່ຽວກັບຊະນິດວີຊາ Subclass 476 ແມ່ນຖຶກວາດແຕ່ງຂຶ້ນມາສຳຮັບສະເພາະສຳຮັບນັກຮຽນທີ່ຮຽນຈົບໃນດ້ານ

engineering (ວິສະວະກິດ) ທີ່ຮຽນຈົບໄດ້ປິນຍາຫຼືປະກາດສະນະຍະບັດຂັ້ນສູງ (Higher Qualification) ຈາກສະຖາບັນ

ທີ່ຖຶກບົ່ງໄວ້ໃນສອງປີທີ່ຜ່ານມາ.

 

ສຳຮັບຄວາມຊີ້ອແຈງເຜີ້ມ ເປັນພາສາອັງກິດ ໃຫ້ເຂົ້າເບິ່ງ website ຂອງ CRICOS ຫຼືກະຊວງກວາດຄົນເຂົ້າເມືອງ

ແລະປ້ອງກັນຊາຍແດນອອສເຕຼເລັຍ (Department of Immigration and Border Protection).

 

 

 

 

 

 

 

 


Share
Published 30 June 2020 5:35am
Updated 30 June 2020 6:07pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS Radio

Share this with family and friends