ຢາວັກຊີນທີ່ບໍ່ມີສິດທິບັດທີ່ອອສເຕຣເລັຍຍັງບໍ່ທັນມີເທື່ອ. ທາງເລືອກທີ່ຄ່າໃຊ້ຈ່າຍຕ່ຳຢູ່ແລ້ວ ໃນອິນເດັຍ

ໄດ້ມີຢາວັກຊີນ ຈາກຣັຖ Texas ທີ່ສາມາດຜລິດດ້ວຍຣາຄາບໍ່ແພງ, ປາດສະຈາກ ສິດທິບັດ (Patent) ແລະ ສາມາດມີປະສິດທິພາບໄດ້ເປັນເວລາຫລາຍປີ. ນີ້ຈະເປັນການປ່ຽນເກມໃນການສັກຢາວັກຊີນ ໃນທົ່ວໂລກໄດ້ບໍ?

"The World's COVID-19 Vaccine" has been developed by researchers at the Texas Children's Hospital

"The World's COVID-19 Vaccine" has been developed by researchers at the Texas Children's Hospital. Source: Texas Children’s Hospital. All rights reserved.

ມັນແມ່ນຢາວັກຊີນທີ່ເກືອບຈະມີພ້ອມ ແຕ່ກ່ອນທີ່ຈະມີ COVID-19 

ເມື່ອດົນມາແລ້ວ ທີ່ຄໍາສັບເຊັ່ນ "COVID" ແລະ "coronavirus" ບໍ່ໄດ້ຖືກເວົ້າຫຼາຍລ້ານເທື່ອໃນແຕ່ລະມື້ ແລະ ໂລກເກືອບລືມຄຳສັບເຫຼົ່ານັ້ນ ຫຼັງຈາກການລະບາດຂອງ SARS ທີ່ເກີດຂື້ນລະຫວ່າງປີ 2002 ຫາ 2004. 

ແຕ່ Dr Maria Elena Bottazzi ບໍ່ໄດ້ລືມ. ນາງກ່າວວ່າ "ຜູ້ຄົນໄດ້ສູນເສຍຄວາມສົນໃຈໃນໂຣກ coronavirus ແລະ SARS ດັ່ງນັ້ນ ພວກເຮົາຈຶ່ງໄດ້ 'ຮັບເອົາ' ພວກມັນ.”

ນີ້ກໍໝາຍຄວາມວ່າ ໃນປີ 2020, ເມື່ອຫຼາຍພັນລ້ານຄົນໄດ້ພົບກັບການລະບາດຄັ້ງທໍາອິດໃນຊີວິດຂອງພວກເຂົາເຈົ້າ, ດຣ Bottazzi ແລະທີມງານຂອງນາງໄດ້ມີຄວາມພ້ອມໃນການຮັບມືໃນເຣື້ອງນີ້ແລະ ພ້ອມທີ່ຈະນໍາໃຊ້ສິ່ງທີ່ພວກເຂົາໄດ້ຮຽນຮູ້ໃນຫຼາຍປີຂອງການຄົ້ນຄວ້າກ່ຽວກັບ SARS ເພື່ອຕໍ່ສູ້ກັບ COVID-19.
The Peoples VaccineThe Peoples Vaccine
Dr Maria Elena Bottazzi at Texas Children's Center for Vaccine Development. Source: Texas Children’s Hospital. All rights reserved.
ທ່ານ ດຣ Bottazzi ເປັນສາສດາຈານ ແລະ ຮອງຄນະອະທິການບໍດີ (Associate Dean) ທີ່ໂຮງຮຽນການແພດເຂດຮ້ອນແຫ່ງຊາດ ທີ່ Baylor ແລະ ຜູ້ອຳນວຍການຮ່ວມ ຂອງໂຮງພຍາບານເດັກ ແລະ ສູນພັທນາ ວັກຊີນ ຂອງ ຣັຖ Texas (Co-Director of the Texas Children's Hospital Center for Vaccine Development).

ທ່ານນາງ Bottazzi ເກີດໃນ Italy, ເຕີບໃຫຍ່ຂຶ້ນໃນ Honduras ແລະ ພັດທະນາອາຊີບ ຂອງທ່ານນາງ ຢູ່ໃນ ສະຫະລັດ. ທ່ານນາງ Bottazzi ກ່າວວ່າ ທ່ານນາງ ບໍ່ເຄີຍໄດ້ລະຖິ້ມພື້ນຖານວັດທະນະທັມ ຂອງ ທ່ານນາງ ແລະ ວ່າ "ສະຕິປັນຍາວັດທະນະທັມ" ໄດ້ມີບົດບາດຢ່າງແນ່ນອນ ໃນການພັດທະນາວິທີການຂອງ ທ່ານນາງ ຕໍ່ການແພດ ແລະ ວິທະຍາສາດ.

ໃນການໃຫ້ສໍາພາດກັບ SBS ອີຕາລີ, ນາງໄດ້ກ່າວເຖິງຄວາມສົນໃຈຂອງນາງ ແລະ ຂອງທີມງານຂອງນາງ "ໃນການພັດທະນາຢາວັກຊີນ ສໍາລັບພະຍາດທີ່ຖືກລະເລີຍ ແລະ ສໍາລັບຄົນທຸກຍາກ".
Listen to the interview with Dr Maria Elena Bottazzi (in Italian)

Un vaccino senza brevetto per liberare anche i Paesi poveri dal Covid

ມີການເລືອກຢ່າງຫຼວງຫຼາຍໃນໂລກຂອງ ວັກຊີນ

ມີວັກຊີນ COVID-19 ຫຼາຍຊະນິດໃນໂລກ ເຊິ່ງໄດ້ຮັບການພັດທະນາໃນໄລຍະເວລາທີ່ຂ້ອນຂ້າງສັ້ນ ເຊິ່ງກົງກັນຂ້າມກັບການລະບາດທີ່ເຮັດໃຫ້ໂລກຢຸດຊະງັກ ເປັນເວລາສອງປີໃນເວລານີ້.

ປະຈຸບັນນີ້ ໃນອອສເຕຣເລັຍ, ມີສີ່ຕົວຢາທີ່ຖືກນໍາໃຊ້ໃນການບໍຣິການທົ່ວປະເທດ ເຊິ່ງມັກຈະຖືກເອີ້ນໂດຍຊື່ ຂອງບໍລິສັດຢາຜູ້ຜລິດເຊັ່ນ : Cominarty (Pfizer ), Spikevax (Moderna ), Vaxzevria (AstraZeneca ) ແລະ Nuvaxovid (Novavax).

ປະເທດຕ່າງໆ ໄດ້ໃຊ້ທາງເລືອກທີ່ແຕກຕ່າງກັນກ່ຽວກັບຢາວັກຊີນທີ່ເຂົາເຈົ້າມັກ, ອີງຕາມຫຼາຍປັດໄຈ ລວມທັງ ການຫາມາໄດ້ ແລະຣາຄາ.
ວັກຊີນ M-RNA ເຖິງແມ່ນວ່າຈະຜລິດໂດຍເທັກໂນໂລຢີໃຫມ່ກໍຕາມ ແຕ່ກໍຍັງມີຄວາມພ້ອມທີ່ໄວກວ່າປະເພດຢາວັກຊີນແບບເກົ່າ ແຕ່ການຂາດສິ່ງອໍານວຍຄວາມສະດວກໃນການຜລິດ ແລະ ຄ່າໃຊ້ຈ່າຍຂອງອົງປະກອບຂອງພວກມັນ ເຮັດໃຫ້ຜົນຜລິດທີ່ບໍ່ພຽງພໍ ແລະ ບໍ່ຍືນຍົງໃນດ້ານຄ່າໃຊ້ຈ່າຍໃນລະດັບໂລກ.

ຢາວັກຊີນຈະມີລາຄາແພງຂຶ້ນເລື້ອຍໆ

ລາຄາຢາວັກຊີນແມ່ນຈະເພີ່ມຂຶ້ນ ແລະ ການເພີ່ມຂຶ້ນບາງຢ່າງທີ່ ສະຫະລັດ, ອັງກິດ ແລະຢູໂຮບ ໄດ້ປະສົບມາແລ້ວ.

ອີງຕາມຫນັງສືພິມ Financial Times, ສະຫະພາບຢູໂຣບໄດ້ເຫັນການເພີ່ມຂຶ້ນຂອງຣາຄາ ລະຫວ່າງການຕົກລົງເບື້ອງຕົ້ນ ແລະຂໍ້ຕົກລົງໃໝ່ໃນບໍ່ເທົ່າໃດເດືອນຕໍ່ມາ.

ຍົກຕົວຢ່າງເຊັ່ນ, ສໍາລັບຢາ Pfizer ແຕ່ລະໂດສ, ລາຄາໄດ້ເພີ່ມຂຶ້ນຈາກ 15.50 Euros ເປັນ 19.50 Euros, ໃນຂະນະທີ່ Moderna ໄດ້ເພີ້ມຈາກ US$22.60 ເປັນ US$25.50.

ການເພີ້ມຣາຄາເຫຼົ່ານີ້ ຖືກພິຈາລະນາໂດຍບໍລິສັດຢາວ່າ "ຣາຄາການລະບາດ" ເຊິ່ງດີຕໍ່ບໍຣິສັດ ແລະໃນອະນາຄົດ ມີຄວາມເປັນໄປໄດ້ສູງທີ່ ຣາຄາຈະສູງກວ່ານີ້ຫຼາຍ.
ຣາຄາຂອງຢາວັກຊີນທຸກຊະນິດແຕກຕ່າງກັນໄປຕາມຂໍ້ຕົກລົງທີ່ປະເທດຕ່າງໆ ມີກັບຜູ້ຜລິດ ແລະບາງຄັ້ງປະເທດທີ່ດ້ອຍພັດທະນາ ກໍຈະຈ່າຍແພງກວ່າ.

ບໍຣິສັດ Moderna ຜລິດຢາວັກຊີນທີ່ມີລາຄາສູງທີ່ສຸດ. ໃນບົດຄວາມຂອງ New York Times ມີລາຍງານວ່າ "Botswana, Thailand and Colombia [...] ໄດ້ກ່າວວ່າ ເຂົາເຈົ້າຈ່າຍເງິນ 27 ຫາ 30 ໂດລາ ຕໍ່ໂດສຂອງຢາ Moderna".

ສະຫະລັດ ພຽງແຕ່ຈ່າຍເງິນ 15 ໂດລາ ຕໍ່ໂດສ ເພາະວ່າ Moderna ໄດ້ຮັບເງິນຊ່ວຍເຫຼືອຢ່າງ ຫລວງຫລາຍໃນການພັດທະນາ ຢາວັກຊີນຂອງຕົນ.

ລັດຖະບານ ອອສເຕຣເລັຍ ບໍ່ໄດ້ໃຫ້ຂໍ້ມູນໃດໆ ກ່ຽວກັບການເຈລະຈາເລື້ອງຣາຄາຂອງຕົນ.

ຖ້າວ່າທ່ານບໍ່ສາມາດຈ່າຍໄດ້ ຈະວ່າແນວໃດ?

ປະເທດທີ່ທຸກຍາກຈະມີຄວາມຫຍຸ້ງຍາກໃນການຈ່າຍໃນຣາຄາເຫຼົ່ານັ້ນ ແລະສ່ວນໃຫຍ່ ອາດຈະຕ້ອງອາໄສແຕ່ COVAX ເຊິ່ງແມ່ນແຜນການທີ່ດໍາເນີນໂດຍອົງການອະນາໄມໂລກ (WHO), UNICEF ແລະອື່ນໆ ທີ່ ປະເທດທີ່ຮັ່ງມີກວ່າໃຫ້ເງິນຊ່ວຍເຫຼືອວັກຊີນ ສໍາລັບປະເທດທີ່ກໍາລັງພັດທະນາ.

ອອສເຕຣເລັຍ ໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະຊ່ອຍເຫຼືອຢາວັກຊີນ ເຖິງ 60 ລ້ານໂດສແກ່ ພາກພື້ນ ປາຊີຟິກ ແລະ ເອເຊັຍຕາເວັນອອກສຽງໃຕ້ ໃນທ້າຍປີ 2022 ແລະ ຈົນເຖິງປັດຈຸບັນ ໄດ້ແບ່ງປັນບໍ່ເຖິງເຄິ່ງຫນຶ່ງ.

ສໍາລັບໂຄງການຫຼາຍຢ່າງນັ້ນບໍ່ໄດ້ບັນລຸຕາມກໍານົດເວລາ ຍ້ອນການແຈກຢາຍບໍ່ດີ ແລະ ການລັງເລໃຈໃນການສັກຢາວັກຊີນໃນບາງປະເທດ, ແຕ່ກໍຍັງເປັນຍ້ອນການບໍລິຈາກທີ່ຫນ້ອຍກວ່າທີ່ໄດ້ໃຫ້ສັນຍາໄວ້ ແລະ ຢາທີ່ມາເຖິງຕອນຢາໃກ້ຈະໝົດອາຍຸ.  

ປະມານ ຫນຶ່ງສ່ວນສາມ ຂອງປະຊາກອນໂລກຍັງບໍ່ໄດ້ ຮັບການສັກຢາ.
ຢາວັກຊີນສໍາລັບໂລກ

ເຖິງວ່າ ຢາວັກຊີນທີ່ພັດທະນາ ຢູ່ໂຮງຫມໍເດັກນ້ອຍ ຣັຖ ເທັກຊັສ ໄດ້ເລີ່ມຕົ້ນທາງວິທະຍາສາດ ກ່ອນການ ລະບາດຂອງພະຍາດ COVID-19 ໄດ້ເລີ່ມຕົ້ນ, ແຕ່ຈົນເຖິງເດືອນ ທັນວາ ປີ 2021 ຢາຈຶ່ງໄດ້ຂາຍໃຫ້ແກ່ ອິນ ເດັຍ, ຊຶ່ງໄດ້ຊື້ຢາ 300 ລ້ານໂດສ ລ່ວງຫນ້າ.

ທ່ານຫມໍ Bottazzi ອະທິບາຍວ່າ "ພວກເຮົາຍັງບໍ່ໄດ້ຮັບການສະຫນັບສະຫນູນທາງດ້ານການເງິນຫຼາຍ" ສໍາລັບການພັດທະນາທີ່ຈໍາເປັນ, ແລະ ທ່ານໄດ້ກ່າວວ່າ ນອກຈາກຈະສະເຫນີວັກຊີນທີ່ປອດໄພແລະມີປະສິດທິພາບແລ້ວ, ມັນຍັງຄວນຈະສະເໜີໃຫ້ບ່ອນທີ່ຈໍາເປັນ.

ພວກເຮົາຕ້ອງການ ທີ່ຈະໃຫ້ໂອກາດໃນການຜລິດວັກຊີນ, ພວກເຮົາຕ້ອງການທີ່ຈະສະເຫນີຄວາມຄິດສ້າງສັນຂອງພວກເຮົາເພື່ອໃຫ້ມັນກາຍເປັນຜລິດຕະພັນທ້ອງຖິ່ນ. Corbevax ນັ້ນມາຈາກ ເທັກໂນໂລຈີ ຂອງພວກເຮົາ ແຕ່ມັນບໍ່ແມ່ນຂອງພວກເຮົາ. ມັນແມ່ນຂອງຂອງອິນເດັຍ.

Corbevax ແມ່ນຊື່ຂອງຢາວັກຊີນທີ່ຜລິດໂດຍບໍລິສັດອິນເດັຍ Biological E ໂດຍໃຊ້ສູດ ຂອງທີມTexan ແລະຄ່າໃຊ້ຈ່າຍຂອງມັນແມ່ນຕ່ໍາກວ່າຫຼາຍ ເມື່ອທຽບກັບຢາວັກຊີນ mRNA ທີ່ໄດ້ກາຍເປັນມາດຕະຖານໃນປະເທດທີ່ຮັ່ງມີ, ເຮັດໃຫ້ລັດຖະບານອິນເດຍເສຍຄ່າໃຊ້ຈ່າຍປະມານ $US 2 ສໍາລັບແຕ່ລະໂດສ.

Novavax ເຊິ່ງປັດຈຸບັນໄດ້ຖືກນໍາມາໃຊ້ໃນອອສເຕຣເລັຍ, ແມ່ນຢາວັກຊີນທີ່ມາຈາກພື້ນຖານໂປຣຕີນອີກຊະນິດຫນຶ່ງ ແຕ່ Dr Bottazziກ່າວວ່າ ເທັກໂນໂລຢີທີ່ພວກເຂົາໄດ້ພັດທະນາແມ່ນງ່າຍກວ່າ, ເປັນປົກກະຕິຫຼາຍກວ່າ, ມີໂປຣຕີນທີ່ປູກໃນຢາ. "ມັນເປັນຄືກັບການໝັກເບັຍຫນ້ອຍຫນຶ່ງ. ແທນທີ່ຈະເຮັດເຫຼົ້າ ເຮົາເຮັດໂປຣຕີນ. ມັນແມ່ນ ມັງສະວິຣັດ (Vegan).

ນາງ ກ່າວວ່າ "ຢາວັກຊີນທີ່ອາໄສໂປຣຕີນໄດ້ຖືກນໍາໃຊ້ຢ່າງກວ້າງຂວາງເພື່ອປ້ອງກັນພະຍາດອື່ນໆອີກຫຼາຍຊະນິດ, ໄດ້ພິສູດໃນຄວາມປອດໄພ, ແລະສາມາດຜລິດໃນຈຳນວນຫຼາຍເພື່ອໃຫ້ຣາຄາຖືກລົງ ໃນທົ່ວໂລກ."
ຂໍ້ໄດ້ປຽບບາງຢ່າງລວມມີເງື່ອນໄຂການເກັບຮັກສາທີ່ງ່າຍຂຶ້ນເມື່ອທຽບກັບຢາວັກຊີນອື່ນໆ ທີ່ໃຊ້ໃນປະຈຸບັນກັບ COVID-19 ແລະອາຍຸການ ໃຊ້ງານທີ່ຍາວນານກວ່າ. ອີງຕາມ Dr Bottazzi, ເນື່ອງຈາກອາຍຸການໃຊ້ງານທີ່ຍາວນານຂອງມັນ, ມັນສາມາດໃຊ້ເປັນມາດຕະການຊົ່ວຄາວໃນການຕໍ່ຕ້ານການລະບາດຂອງ coronavirus ໃນອະນາຄົດ.

ຄ່າໃຊ້ຈ່າຍທີ່ຫຼຸດລົງຂອງມັນແມ່ນຜົນມາຈາກການນໍາໃຊ້ເຕັກໂນໂລຊີທີ່ມີຢູ່ແລ້ວ ແລະສ່ວນປະກອບທີ່ຣາຄາຖືກກວ່າ, ແຕ່ປັດໄຈສໍາຄັນຍັງແມ່ນການຕັດສິນໃຈຂອງຜູ້ສ້າງຂອງຕົນບໍ່ໃຫ້ ມີ ສິດທິບັດ (Patent) ຢາວັກຊີນ.

ມັນເປັນ ປັດຊະຍາສ່ວນຕົວ ຂອງຂ້າພະເຈົ້າເອງ ນັບຕັ້ງແຕ່ ຂ້າພະເຈົ້າເປັນນັກສຶກສາ . ທ່ານບໍ່ໄດ້ຫາເງິນໃນການແພດເຂດຮ້ອນ ຫຼືໃນໂລກການສຶກສາ.

ຄວາມສໍາເລັດ ຂອງຄວາມພະຍາຍາມຂອງເຂົາເຈົ້າອາດ ເຮັດໃຫ້ ທ່ານ Dr Bottazzi ຕົກຕະລຶງ ແຕ່ທ່ານນາງ ໄດ້ກ່າວວ່າ ທ່ານນາງ ບໍ່ກິນແຫນງແມ້ແຕ່ໜ້ອຍຫນຶ່ງທີ່ ໄດ້ຕັດສິນໃຈ ທີ່ຈະປ່ອຍໃຫ້ຢາວັກຊີນນັ້ນ ໃຫ້ ປາດສະຈາກ ສິດທິພິບັດ. ນາງກ່າວວ່າ "ພວກເຮົາບໍ່ໄດ້ຂາດເງິນ”

“ເຮົາໄດ້ຮັບຢ່າງຫຼວງຫຼາຍ. ພວກເຮົາຄົງ ບໍ່ເຄີຍຄິດເລີຍວ່າ ຢາວັກຊີນຊນິດນຶ່ງ ຂອງພວກເຮົາສາມາດຖືກຜລິດໄດ້ ໃນປະລິມານຫລາຍ ຮ້ອຍລ້ານ."

ສູດຢາ ຂອງ  ດຮ. Bottazzi ແລະທີມງານລາວໄດ້ຖືກແບ່ງປັນແລ້ວ, ນອກຈາກອິນເດັຍ, ກໍຍັງໄດ້ຖືກແບ່ງປັນກັບ IndonesiaBangladesh, Botswana ແລະ ອາຟຣິກາໃຕ້ ແລະຄວາມສົນໃຈໄດ້ມາຈາກປະເທດ Argentina, Mexico, ປະເທດໄທ ແລະປະເທດອື່ນໆ.

ກົມຄຸ້ມຄອງຜລິດຕະພັນຢາ Therapeutic Goods Administration (TGA) ໄດ້ຢືນຢັນວ່າ ຕອນນີ້ຍັງບໍ່ທັນໄດ້ຮັບຄໍາຮ້ອງສະຫມັກຈາກ Biological E. Ltd ເພື່ອລົງທະບຽນວັກຊີນ COVID-19 ຂອງພວກເຂົາ, Corbevax, ສໍາລັບການນໍາໃຊ້ໃນອອສເຕຣເລັຍ.
Drs Peter Hotez and Maria Elena Bottazzi, Co-Directors of Center for Vaccine Development.
Drs Peter Hotez and Maria Elena Bottazzi, Co-Directors of Center for Vaccine Development. Source: Texas Children’s Hospital. All rights reserved.
ດຣ. Bottazzi ນໍາພາທີມທີ່ຢູ່ເບື້ອງຫຼັງການສ້າງຢາວັກຊີນຄຽງຄູ່ກັບ ດຣ Peter Hotez, ຜູ້ອໍານວຍການຮ່ວມຂອງສູນ, ແລະທັງສອງໄດ້ຮັບຮູ້ ຕອນທີ່ສະມາຊິກສະພາສະຫະລັດ Liz Fletcher ໄດ້ປະກາດທາງ Zoom ໃນເດືອນກຸມພາ 2022 ເຖິງຄວາມຕັ້ງໃຈຂອງນາງທີ່ຈະສະເຫນີຊື່ໃຫ້ເຂົາເຈົ້າໄດ້ຮັບລາງວັນ Nobel Prize ຂະແຫນງສັນຕິພາບ.

ທ່ານຫມໍ Bottazzi ໄດ້ກ່າວວ່າ "ຂ້າພະເຈົ້າຕົກໃຈ  ດ້ວຍຄວາມບໍ່ເຊື່ອ." "ຂ້າພະເຈົ້າ ຍັງມີຄວາມກະຕັນຍູນໍາອີກ ເພາະມັນບໍ່ພຽງໄດ້ຢັ້ງຢືນ ປັດຊະຍາ ຂອງຂ້າພະເຈົ້າເທົ່ານັ້ນ ແຕ່ມັນຍັງໄດ້ຢັ້ງຢືນປັດຊະຍາ ຂອງທີມງານຂອງພວກເຮົາດ້ວຍ. ບັດນີ້ມາເຖິງຄວາມຮັບຜິດຊອບໃນການສືບຕໍ່ວຽກງານຂອງພວກເຮົາ, ຄວາມຮັບຜິດຊອບຕໍ່ຄົນລຸ້ນໃຫມ່ອີກດ້ວຍ."

SBS ມີຄວາມມຸ່ງຫມັ້ນທີ່ຈະອັບເດດຂໍ້ມູນ COVID-19 ທັງຫມົດ ໃຫ້ແກ່ຊຸມຊົນ ທີ່ມີຫຼາຍວັດທະນະທັມແລະຫຼາຍພາສາຂອງອອສເຕຣເລັຍ. ເພື່ອຄວາມຄວາມປອດໄພແລະຮັບຂໍ້ມູນໂດຍການເຂົ້າໄປ ເວັບໄຊທ໌ SBS Coronavirus ເປັນປະຈໍາ, ເຊິ່ງມີຂໍ້ມູນຫຼ້າສຸດໃນພາສາຂອງທ່ານ.


Share
Published 15 June 2022 3:13pm
Updated 12 August 2022 2:56pm
By Massimiliano Gugole, Sak Phoumirath


Share this with family and friends