ນະໂຍບາຍອອສເຕຼເລັຍໃໜ່ເພື່ອປະກັນເອົາຄູ່ຄອງ.

An Akha couple dressed in Lao style clothing at their wedding in Luang Namtha province, Lao PDR (Tessa Bunney - In Pictures via Getty Images)

An Akha couple dressed in Lao style clothing at their wedding in Luang Namtha province, Lao PDR (Tessa Bunney - In Pictures via Getty Images) Source: Tessa Bunney - In Pictures via Getty Images

ຄັນບໍ່ໄດ້ພາສາອັງກິດດີໆຈະໄດ້ມາຢູ່ໃນອອສເຕຼເລັຍຫຼືບໍ່?

(* ສຳພາດ: ທ່ານ ເດດ ສີແສງຣັດ ປະທານສະມາຄົມສົ່ງເສີມຊຸມຊົນລາວຣັດນີວຊາວແວນລ໌).

ແຕ່ກ່ອນແຕ່ກີ້ເປັນເວລາຍາວນານອອສເຕຼເລັຍພະຍາຍາມກີດກັ້ນບໍ່ໃຫ້ຄົນທີ່ບໍ່ແມ່ນຜີວຂາວໄດ້ໄປຢູ່ອອສເຕຼເລັຍຢ່າງຖາວອນໄດ້. ນະໂຍບາຍນີ້ຮຽກວ່າ 'ໄວຕ໌ ອອສເຕຼເລັຍ'.

ນະໂຍບາຍ 'ໄວຕ໌ ອອສເຕຼເລັຍ' ມີຈຸດປະສົງເຮັດໃຫ້ປະເທດອອສເຕຼເລັຍເປັນປະເທດຄົນຜີວຂາວລ້ວນໆ ແຕ່ມັນຖຶກດັບມອດໄປໂດຍຣັຖບານອອສເຕຼເລັຍຂອງທ່ານນາຍົກຣັຖມົນຕີ ກອກ ວິດລຳ ໃນປີ 1973.ນີ້ເປັນຕົ້ນຕໍທີ່ອອສເຕຼເລັຍກັບກາຍມາເປັນປະເທດນາໆວັທນະທັມ ຮີດຄອງປະເພນີ ແລະນາໆພາສາທີ່ເຫັນກັນໃນທຸກໆມືນີ້.

 

ໃນເວລາປະມານສາມໂມງຂອດແຈ້ງຂອງວັນສຸກທີ 19 ມີນາ 1976 ອອສເຕຼເລັຍເລີ້ມມີຄົນລາວຈຸແລກໆມາຕັ້ງຊີວິດພູມລຳເນົາຢູ່ຢ່າງຖາວອນ. ນີ້ປະກອບດ້ວຍອົພຍົກລາວປະມານ 75 ຄົນທີ່ມາຈາກສູນອົພຍົບໜອງສະໂນນ້ອຍຂອງເມືອງໜອງຄາຍ ຈັງວັດໜອງຄາຍປະເທດໄທຍ໌.

ຕໍ່ຈາກເຫດການດັ່ງກ່ວາຄົນລາວປະມານແປດພັນປາຍຄົນກໍ່ໄດ້ມາຢູ່

ອອສເຕຼເລັຍຢ່າງຖາວອນໂດຍການປະກັນເອົາກັນມາ. ນີ້ໂດຍສ່ວນໃຫຍ່ແລ້ວແມ່ນຜ່າຍໃຕ້ໂຄງການການເຂົ້າເມືອງອອສເຕຼເລັຍທີຮຽກວ່າ 'ຟາມມີລີ ເຣອຸຍນີໂອນ' (ໂຄງການເຕົ້າໂຮມຄອບຄົວ).

 

ຕົກມາເຖິງເວລານີ້ ຄືໃນຫ່ວາງວັນອັງຄານທີ 6 ຕຸລາ 2020 ຣັຖບານ

ອອສເຕຼເລັຍປະກາດໂຄງການອັນນຶ່ງອອກມາທີ່່ຜູ້ທີ່ຈະມາຢູ່ອອສເຕຼຢ່າງຖາວອນໃນຖານເປັນຫຼືຈະເປັນຄູ່ຊີວິດຂອງຄົນໃນອອສເຕຼເລັຍແມ່ນຈຳຕ້ອງໄດ້ພາສາອັງກິດເຖິງຂັ້ນທີ່ຣັຖບານອອເຕຼເລັຍຕ້ອງການ.

ນີ້ແມ່ນຈຳຕ້ອງສອບເສັງໄດ້ພາສາອັງກິດຂອງກະຊວງກວດຄົນເຂົ້າເມືອງອອສເຕຼເລັຍເສັຍກ່ອນ.

 

ນະໂຍບາຍນີ້ຖຶກວິພາກວິຈານຢ່າງມາກມາຍແລະກ້ວາງຂວາງ ໂດຍສະເພາະໂດຍຊຸມຊົນຊົນເຜົ່າຕ່າງໆຂອງອອສເຕຼເລັຍ ດັງທ່ານ ນີຮາ ມາຮອກ ນະທີ່ 'ເດໂມຄາຊີ ອິນ ຄາເລີ' ເຖິງຂັ້ນປະນາມວ່າ 'ຖ້າເຮົາບໍ່ເປັນຄົນຜີວຂາວແມ່ນຈະບໍ່ໄດ່ມາອອສເຕຼເລັຍ'.

ເມື່ອທີ່ເຫດການຮ້ອນວົນປານນັ້ນທ່ານ ອາແລນ ທັສ ຜູ້ຕາງໜ້າຣັຖມົນຕີກວດຄົນເຂົ້າເມືອງອອສເຕຼເລັຍກໍປະໂລອອກມາຊີ້ແຈງວ່າ 'ຖ້າຫາກບໍ່ໄດ້ພາສາອັງກິດ ມັນກໍຈະຍາກຊາທີ່ຈະໄດ້ວຽກເຮັດ. ມັນຍາກຊາທີ່ຈະເຂົ້າຮ່ວມແລະຮັບເອົາໂອກາດຂອງທຸກຮູບແບບຂອງສັງຄົມອອສເຕຼເລັຍຢ່າງເຕັມສ່ວນໄດ້ ແລະແນ່ນອນຈະຖຶກຄວາມຮຸນແຮງໃນດ້ານຄອບຄົວຍ້ອນວ່າອາດບໍ່ມີຄວາມສຳນິສຳນານໃນການຊື່ສານກັນ.

ແຕ່ຍານາງ ແແອນ ອາລີ ຜູ້ແທນຣາຊດອນອອສເຕຼເລັຍຂອງພັກເລເບີອອສເຕຼເລັຍຈາກຣັດແວສເຕີນອອສເຕຼເລັຍຊີ້ແຈງວ່າ 'ຍານາງໄດ້ພາສາອັງກິດຢ່າງດີເລີແຕ່ມັນບໍ່ໄດ້ປ້ອງກັນຍານາງຈາກຄວາມຮຸນແຮງໃນດ້ານຄອບຄົວ. ນັ້ນແມ່ນຣັຖມົນຕີກວດຄົນເຂົ້າເມືອງແລະນາຍົກຣັຖມົນຕີພະຍາຍາມໃຫ້ເຫດຜົນວ່າຫັຍງເປັນສິ່ງຈຳເປັນທີ່ມັນເປັນການຮັກບັງຊັງບ່ຽງກັນຢ່າງແທ້ຈິງ'.

 

ແຕ່ຄົນລາວໃນອອສເຕຼເລັຍມີຄວາມຄິດຄວາມເຫັນແນວໃດແດ່ກ່ຽວກັບນະໂຍບາຍການເຂົ້າເມືອງໃໜ່ຂອງຣັຖບານ 'ມໍຣີເຊີນ-ແມກໂກແມກ' ນັ້ນ?

 

ຂໍເຊີນຊວນທ່ານຈົ່ງກະຣຸນາກົດຟັງການສຳພາດທ່ານ ເດດ ສີແສງຣັດ ປະທານສະມາຄົມສົ່ງເສີມຊຸມຊົນລາວຣັດນີວຊາວແວນລ໌ ກ່ຽວກັບນະໂຍບາຍດັ່ງກ່າວຢູ່ນະທີ່ www.sbs.com.au/lao ຫຼື www.facebook.com/sbslao ໃນຫົວຂໍ້ເຣື່ອງ ' ຄັນບໍ່ໄດ້ພາສາອັງກິດດີໆຈະໄດ້ມາຢູ່ໃນອອສເຕຼເລັຍຫຼືບໍ່?'.


Share
Published 18 October 2020 9:20am
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends