ຊຸມຊົນລາວສເລີສລອງວັນຊາດອອສເຕຼເລັຍແຕ່ມີຄວາມຮູ້ສຶກແນວໃດ?

A man celebration Australia Day (Sergio Dionisio - Getty Images)

A man celebration Australia Day (Sergio Dionisio - Getty Images) Source: Sergio Dionisio - Getty Images

ວັນຊາດອອສເຕຼເລັຍ 2021.

 

ເມື່ອອ່ານບົດຂຽນນີ້ແລ້ວ ກະຣຸນາກົດໃຕ້ກ້ອງນີ້ ຟັງກ່ຽວກັບວັນຊາດອອສເຕຼເລັຍ:

 

ວັນຊາດອອສເຕຼເລັຍແມ່ນໃນທຸກໆວັນທີ 26 ມົກກະຣາ ຂອງແຕ່ຣະປີ ທີ່ເປັນຄ້າຍກັບວັນທີ່ເຮືອຕະເພົາຈຸແລກໆຂອງປະເທດອັງກິດ ໂດຍມີຮ້ອຍເອກ ອາກເຕີ ຟີລິບ ເດີນທາງມາຮອດອາວ ແຈກຊັນ ໃນຣັດນີວຊາວແວນລ໌ ແລ້ວຊັກທຸງຊາດຂອງປະເທດອັງກິດຂຶ້ນຢູ່ນະທີ່ ຊີດນີ ໂກເວີ.

 

ໃນທຸກໆມື້ນີ້ການທີ່ອອສເຕຼເລັຍສເລີມສລອງວັນຊາດດັ່ງກ່າວມີຈຸດປະສົງຊອງແສງເບິ່ງສັງຄົມນາໆວັທນະທັມອອສເຕຼເລັຍແລະຜື້ນແຜ່ນດິນອັນກ້ວາງໃຫຍ່ແລະອູດົມສົມບຸນຮອບດານຂອງອອສເຕຼເລັຍ.

ວັນຊາດອອສເຕຼເລັຍຖຶກສເລີມສລອງຂຶ້ນໂດຍນາໆວິທີການ ໂດຍຊຸມຊົນທັງຫຼາຍ, ຄອບຄົວ, ບຸກຄົນສ່ວນໂຕແລະໂດຍຣັຖບານທ້ອງຖິ່ນ, ຣັດແລະແຫ່ງຊາດ ໂດຍມີການຣະນຶກເຖິງປະວັດສາດແລະການເປັນມາໃນອະດີດແລະປັດຈະບັນຂອງອອສເຕຼເລັຍ... ແລະສິ່ງນຶ່ງທີ່ມັກຈະກະທຳແມ່ນມີການໃຫ້ຫຼຽນຕຼາຄຳຊອບຕ່າງໆແກ່ໂຕດີໂຕເດັນຂອງຊາດທັງກໍມີການຈັດພິທີ່ໃຫ້ສັນຊາດແກ່ຜູ້ທີ່ສຳເຣັດຮ້ອງຂໍເປັນຄົນສັນຊາດອອສເຕຼເລັຍດ້ວຍ.

ແຕ່ສຳຮັບຄົນພື້ນເມືອງອອສເຕຼເລັຍ ຄືຄົນອາໂບຣີຊີໂນນແລະຊາວເກາະທໍເຣສເຕຼດທີ່ຢູ່ໃນດິນແດນແຫ່ງນີ້ມານານແສນນານຫຼາຍໆພັນປີແລ້ວ ວັນຊາດນັ້ນໜາຍເຖິງວັນສິ້ນຊາດສິ້ນແຜ່ນດິນຂອງພວກຂະເຈົ້າ...

 

ຈັ່ງໃດກໍຕາມຕໍ່ແຕ່ປີ 1988 ເປັນຕົ້ນມາມີຄົນທັງຫຼາຍຍິງໆຂຶ້ນເຂົ້າຮ່ວມວັນຊາດອອສເຕຼເລັຍແລະໃນປີ 1994 ມີການເລີ້ມສລອງວັນຊາດ

ອອສເຕຼເລັຍຂຶ້ນໃນຸທກໆວັນທີ 26 ມົກກະຣາ ຂອງແຕ່ຣະຟ້າຣະປີ.

ກ່ອນນີ້ແມ່ນບໍ່ເປັນດັ່ງນັນ -ເຊັ່ນເຮັດໃນວັນຈັນຫຼືວັນສຸກເພື່ອເຮັດໃຫ້ຄົນໄດ້ພັກລ້າພັກກການຢູ່ບ້ານຢູ່ຊ່ອງສາມມື້ລ່ຽນຕິດກັນ... ແລະໃນທຸກໆມື້ນີ້ມີການສເນີໃຫ້ປ່ຽນແປງມື້ວັນຊາດນັ້ນໃຫ້ຖຶກຕ້ອງກັບອອສເຕຼເລັຍໃຍຍຸກສະໃໜໃໜ່... ແລະຄົ້ນພື້ນເມືອງອອສເຕຼເລັຍກໍມີການເຄື່ອນໄຫວໃຫ້ປ່ຽນແປງວັນຊາດນັ້ນໂດຍທີ່ພວກຂະເຈົ້າມີເຫດ

ຜົນຫຼາຍຢ່າງຫຼາຍແນວດ້ວຍ.

 

ສຳຮັບຄົນລາວທີໂຕນໜີຈາກພັກຣັຖຄອມມຸຍນິສຕ໌ໃນຜື້ນແຜ່ນດິນລາວເຂົ້າໄປອາໃສຢູ່ໃນສູນໜອງສະໂນນ້ອຍແລະ ສູນ ຕ.ຊ.ດ. ຂອງເມືອງໜອງຄາຍ ຈັ່ງວັດໜອງຄາຍ ປະເທດໄທຍ໌ ໄດ້ມາຢູ່ອອສເຕຼເລັຍເປັນຈຸແລກໆຜ່ານນະຄອນ ແມນລ໌ເບີນ ໃນເວລາ 3 ໂມງຂອດແຈ້ງ ຂອງວັນສຸກ ທີ 19 ມີນາ 1976.

ພວກດັ່ງກ່າວປະກອບດ້ວຍປະມານ 150 ຄົນ ທີ່ສ່ວນໃຫຍ່ຖຶກນຳໄປຕັ້ງຊີວິດໃໜ່ໃນ ຊິດນີ.

ຈາກ 150 ຄົນນັັ້ນ ບັດນີ້ພົນລະເມືອງລາວເຮົາໃນອອສເຕຼເລັຍມີຢູ່ປະມານສິບພັນຄົນ...

ແນ່ນອນ ຄົນລາວໃນອອສເຕຼເລັຍນັ້ນຄົງບໍ່ຫຼົງບໍ່ລືມປະວັດຂອງພວກຂະເຈົ້າທີ່ດ້ວຍເຫດໃດຈຶ່ງມາຢູ່ອອສເຕຼເລັຍຢ່າງຖາວອນ... ແລະມັນເປັນການກະຕວງໄດ້ວ່າຄົນເລືອດລາວໃນອອສເຕຼເລັຍເກືອບ 100% ເປັນຄົນສັນຊາດອອສເຕຼເລັຍໜົດແລ້ວ.

ພວກຂະເຈົ້າມີຄວາມຮູ້ສຶກແນວໃດແດ່ໃນການເປັນຄົນສັນຊາດອອສເຕຼເລັຍແລະກ່ຽວກັບວັນຊາດອອສເຕຼເລັຍ...

 

ຂ້າພະເຈົ້າມີໂອກາດໄດ້ສຳພາດບາງຜູ້ບາງຄົນດັ່ງໃນໃຕ້ກ້ອງນີ້:


Share
Published 26 January 2021 10:34pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends