ຄົນລາວຕັ້ງພູມລຳເນົາຢູ່ ໂອບູຣີ-ວູດອງກາ ໄດ້ດີປານໃດ?

SBS's faithful in front of Lao Community building

SBS's faithful in front of Lao Community building Source: SBS Promotion - Pho Rattanavong

ຄົນລາວໃນອອສເຕຼເລັຍ ໃນປັດຈຸບັນນີ້ ມີປະມານສິບພັນຄົນ.

ຈຳນວນດັ່ງກ່າວກຳເນີດກຳເນີດເກີດມາຈາກຄົນລາວປະມານ 150 ຄົນທີຣັຖບານ ເຟຼເຊີ ໄປຕ້ອນ

ຮັບເອົາມາຈາກສູນໜອງສະໂນນ້ອຍໃນເມືອງໜອງຄາຍປະເທດໄທຍ໌ແລ້ວມາຮອດອອສເຕຼເລັຍ

ເປັນຄັ້ງແລກໆຜ່ານນະຄອນ ແມນລ໌ເບີນ ໃນວັນທີ 19 ມີນາ 1976 ໃນເວລາປະມານ 3 ໂມງແຈ້ງ.

ຈາກຈຳນວນດັ່ງກ່າວ ປະມານ 50-50 ຖືກແຍກໄປຍັງ ຊິດນີ.

ຕໍ່ນັ້ນມາຄົນລາວໃນອອສເຕຼເລັຍກໍກະຈູ້ກະຈາຍກັນໄປຢູ່ໃນທຸກຣັດຂອງອອສເຕຼເລັຍ ທີ່ສ່ວນໃຫ່ຍ

ຢູ່ໃນຫົວເມືອງໃຫຍ່ໆຂອງຣັດ ວິກຕໍເຮັຍ ແລະ ນີວຊາວແວນລ໌.

 

ບ່ອນແປກໆຫຼືິພິເສດທີ່ຄົນລາວໄປຢູ່ນັ້ນແມ່ນເມືອງ ໂອບູຣີ ແລະ ວູດອງກາ.

ໂອບູຣີ ຢູ່ໃນຣັດ ນີວຊາວແວນ. ສ່ວນ ວູດອງການັ້ນຢູ່ໃນຣັດ ວິກຕໍເຣັຍ.

ທັງສອງເມືອງນີ້ເປັນນະຄອນແຝດກັນ ຄືຕິດກັນໂດຍມີແມ່ນນ້ຳ ເມີເຣ ຣີເລີ້ ເປັນຊາຍແດນແຍກ

ອອກຈາກກັນ.

ໃນສະໄໜ 2010 ພົນຣະເມືອງ ໂອບູຣີ ມິ 49,152 ຄົນ. ວູດອງກາ ມີ 186,052​ຄົນ. ໃນປັດຈຸບັນ

ນີ້ ອອສເຕຼເລັຍມີພົນຣະເທືອງ 25,564,426 ​ຄົນ.

 

ແຕ່ຄົນລາວທີ່ ໂອບູຣີ-ວູດອກາ ນັ້ນຢູ່ກັນແບບໃດ ໃນຣະຍະນີ້?


Share
Published 22 September 2020 12:05am
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends