ວິທີຮັບຮູ້ການຫຼອກລວງ (scams) ທາງອອນໄລນ໌ ແລະປ້ອງກັນຕົວທ່ານເອງ ຈາກການລັກຂໍ້ມູນສ່ວນຕົວ

ຜູ້ເຄາະຮ້າຍຈາກການຫຼອກລວງ ແລະການ Hack ຂໍ້ມູນ ມີຄວາມສ່ຽງ ໃນການສູນເສັຍທາງດ້ານການເງິນ ຫຼືການສໍ້ໂກງຂໍ້ມູນສ່ວນຕົວ. ການຫຼອກລວງ ທີ່ພົບເຫັນ ຫຼາຍທີ່ສຸດ ລວມມີ Phishing ເພື່ອເອົາຂໍ້ມູນສ່ວນຕົວ, ການຊື້ຂາຍອອນໄລນ໌ ແລະການຫຼອກລວງເງິນບຳນານ (Superannuation). ນີ້ແມ່ນຄໍາແນະນໍາບາງຢ່າງ ກ່ຽວກັບວິທີການ ທີ່ຈະສັງເກດການຫຼອກລວງ ແລະວິທີການປ້ອງກັນ ຕົວທ່ານເອງ.

keyboard hand

Source: Getty / Getty Images/Bill Hinton

ຈຸດສຳຄັນ:
  • Scamwatch ຮູ້ແຈ້ງກ່ຽວກັບການຫຼອກລວງໂດຍການແອບອ້າງເປັນຣັຖບານ ຕ່າງໆ, ການຫຼອກລວງ ເງິນບຳນານ, ການຫຼອກລວງ ການຊື້ຂາຍອອນໄລນ໌ ແລະການຫຼອກລວງທຸຣະກິດ.s.
  • ມີຫຼາຍວິທີທີ່ຈະປົກປ້ອງຕົວທ່ານເອງ, ແລະຄອມພິວເຕີຈາກ malware, ຖ້າຫາກວ່າທ່ານຕົກເປັນເປົ້າຫມາຍ (ຂອງການຫຼອກລວງ).
ເມື່ອບໍ່ດົນມານີ້, ອອສເຕຣເລັຍ ໄດ້ເຫັນການໂຈມຕີທາງ ອິນເຕີເນັດເພີ່ມຂຶ້ນ, ພ້ອມທັງການສໍ້ໂກງທາງ ອິນເຕີເນັດ ແລະ ໂທຣະສັບ.

ໃນຂະນະທີ່ການໂຈມຕີທາງອິນເຕີເນັດຂນາດໃຫຍ່ ມີເປົ້າໝາຍເປັນ ຫນ່ວຍງານຂອງຣັຖບານ ຫຼືບໍຣິສັດ ທີ່ເກັບກໍາຂໍ້ມູນ ຂອງລູກຄ້າເປັນຈໍານວນຫຼວງຫຼາຍ, hackers ຍັງຫາເຫຍື່ອ ແລະຊຸມຊົນ ທີ່ອ່ອນແອ ເພື່ອທີ່ຈະລັກເອົາລາຍລະອຽດສ່ວນຕົວຂອງເຂົາເຈົ້າ.

ທ່ານ Rob Di Pietro ຜູ້ຊ່ຽວຊານດ້ານຄວາມປອດພັຍຂອງ PwC ໄດ້ບອກກັບຂ່າວ SBS ວ່າ "ຂໍ້ມູນ ເປັນຣາຄາ.”

ລາວເຕືອນວ່າ ອາຊຍາກອນ ທາງໄຊເບີ "ກໍາລັງ ຈະໃຊ້ຂໍ້ມູນນີ້ ເພື່ອຜົນປໂຍດຂອງຕົນເອງ", ເນື່ອງຈາກຂໍ້ມູນສ່ວນຕົວສາມາດຂາຍໄດ້ ໃນຕລາດມືດ ເພື່ອຜົນກໍາໄລ.

ນາງ Delia Rickard ຄນະ ກັມມາທິການ ການແຂ່ງຂັນ ແລະ ຜູ້ ບໍຣິໂພກຂອງ ອອສເຕຣເລັຍ (The Australian Competition and Consumer Commission) ກ່າວ ວ່າ ທຸກຄົນຄວນຮູ້ເຖິງການຫລອກລວງ ແລະເຮັດຕາມຂັ້ນຕອນທີ່ປອດພັຍເພື່ອຫລຸດຜ່ອນຄວາມສ່ຽງ ຂອງເຂົາເຈົ້າທີ່ຈະຖືກ hack.


ໃນລະຫວ່າງການລະບາດນັ້ນ ໄດ້ມີການ ຫຼອກລວງເພີ່ມຂຶ້ນເປັນປວັດການ.

ໄດ້ຮັບລາຍງານການຫລອກລວງ ຫຼາຍກວ່າ 6,415 ລາຍການ ທີ່ກ່າວເຖິງ coronavirus ທີ່ມີລາຍງານການສູນເສັຍຫຼາຍກວ່າ 9,800,000 ໂດລາ ນັບແຕ່ການລະບາດຂອງ COVID-19.

ລາວເວົ້າວ່າ ມີການຫຼອກລວງຢ່າງກວ້າງຂວາງ ກ່ຽວກັບຂໍ້ມູນທາງການແພດໃນ ອອສເຕຣເລັຍ.

ພວກເຂົາຕ້ອງການ ຂໍ້ມູນທີ່ສາມາດຣະບຸວ່າທ່ານແມ່ນໃຜ, ພວກເຂົາເຈົ້າຕ້ອງການຂໍ້ມູນກ່ຽວກັບສຸຂະພາບ — ແລະແນ່ນອນທີ່ໃຫ້ພວກເຂົາສາມາດລັກເອົາຂໍ້ມູນສ່ວນຕົວ ຂອງທ່ານ.
Dr Hambleton ກ່າວວ່າ "ຂໍ້ມູນດ້ານສຸຂະພາບສ່ວນບຸກຄົນ ແມ່ນສິນຄ້າທີ່ມີຄຸນຄ່າ ຢູ່ໃນເວັບໄຊທ໌ ຕລາດມືດ ແລະເມື່ອມີຄົນສູນເສັຍການຄວບຄຸມຂໍ້ມູນນີ້, ມັນເປັນເລື່ອງຍາກຫຼາຍ ທີ່ຈະກູ້ຂໍ້ມູນຄືນໃຫມ່."
Australia is under threat of cyber attack.
Cyber criminals can target anyone. Source: SBS

Phishing ແມ່ນຫຍັງ?

Phishing ແມ່ນຫນຶ່ງໃນການຫຼອກລວງທົ່ວໄປ ທີ່ໃຊ້ໂດຍອາຊຍາກອນທາງອິນເຕີເນັດ ເພື່ອລັກຂໍ້ມູນຂອງຜູ້ໃຊ້ເຊັ່ນ: ການລົງທະບຽນ ແລະເບີບັດເຄຣດິດ.

Dr Hambleton ກ່າວວ່າ ນັກຕັວະຕົ້ມ (scammers) ອາດຈະໂທຫາທ່ານ, ຫຼືຕິດຕໍ່ທ່ານຜ່ານສື່ສັງຄົມອອນລາຍ, email ຫຼືຂໍ້ຄວາມ.

ລາວແນະນໍາໃຫ້ ຜູ້ຄົນຄິດໃຫ້ຮອບຄອບ ກ່ອນທີ່ຈະຄລິກໃສ່ການເຊື່ອມຕໍ່ (link) ທີ່ມີຢູ່ໃນ email ຫຼືຂໍ້ຄວາມ

"ພວກເຮົາທຸກຄົນກໍາລັງໄດ້ຮັບ emails ໃນເວລານີ້ໂດຍກ່າວວ່າ ຫໍ່ພັດສະດຸ (package) ບໍ່ສາມາດສົ່ງໃຫ້ໄດ້, [ພ້ອມກັບຂໍ້ຄວາມວ່າ] 'ກະຣຸນາຄລິກທີ່ການເຊື່ອມຕໍ່ (link )ນີ້'.

"ພວກເຮົາໄດ້ຮັບເຄື່ອງໝາຍ (logos) ທີ່ຖືກຕ້ອງຂອງອົງກອນໃຫຍ່ເຫຼົ່ານີ້, ເຊັ່ນAmazon, ເຊັ່ນດຽວກັນກັບຜູ້ໃຫ້ບໍຣິການ ການຊື້ຂາຍອອນໄລນ໌ ທີ່ເບິ່ງຄ້າຍຂອງຈິງ ແລະກໍຂໍຂໍ້ມູນຂອງທ່ານ".

Dr Hambleton ແນະນໍາໃຫ້ຜູ້ຄົນກັບຄືນໄປຫາຄໍາສັ່ງຊື້ເດີມ ແທນທີ່ຈະຄລິກໃສ່ການເຊື່ອມຕໍ່.

Scammers ຍັງໄດ້ສ້າງຮ້ານອອນໄລນ໌ປອມ ອ້າງວ່າຂາຍຜລິດຕະພັນທີ່ບໍ່ມີຢູ່ຈິງ - ນັບຕັ້ງແຕ່ການປິ່ນປົວ ຫຼືການສັກຢາສໍາລັບ COVID-19,ຮວມ ເຖິງຜລິດຕະພັນອື່ນ ເຊັ່ນ ຫນ້າກາກ.

Cyber scams
Source: Getty / Getty Images/Westend61

ແອບອ້າງເປັນຣັຖບານ ໃນການຫຼອກລວງ

Scammers ຍັງແອບອ້າງວ່າເປັນຫນ່ວຍງານຂອງຣັຖບານ ທີ່ໃຫ້ຂໍ້ມູນຜ່ານຂໍ້ຄວາມ ແລະ emails "phishing" ເພື່ອເອົາຂໍ້ມູນຂອງປະຊາຊົນ.

ສິ່ງເຫຼົ່ານີ້ມີການເຊື່ອມໂຍງ ແລະໄຟລ໌ແນບ (attachments) ທີ່ເປັນອັນຕະລາຍທີ່ຖືກອອກແບບມາເພື່ອລັກຂໍ້ມູນສ່ວນຕົວ ແລະການເງິນຂອງຜູ້ໃດຜູ້ຫນຶ່ງ, Dr. Hambleton ອະທິບາຍ.

ຍົກຕົວຢ່າງ, ຂໍ້ຄວາມຄ້າຍກັບວ່າມາຈາກ 'myGov', ຊຶ່ງມີການເຊື່ອມໂຍງ link ຕໍ່ຂໍ້ມູນເພີ່ມເຕີມ ທີ່ເປັນອັນຕະລາຍ, Dr Hambleton ກ່າວ.

ຢ່າຄລິກໃສ່ ການເຊື່ອມຕໍ່ (link) ນັ້ນເພາະວ່ານັ້ນບໍ່ແມ່ນວິທີທີ່ MyGov ຈະຕິດຕໍ່ຫາທ່ານ. ໃຫ້ໄປທີ່ເວັບໄຊທ໌ໂດຍກົງ.

ການເຊື່ອມໂຍງ ຫຼື link ທີ່ນໍາໄປສູ່ການຕິດຕັ້ງ malware

Dr Suranga Seneviratne ເປັນອາຈານສອນດ້ານຄວາມປອດພັຍ ທີ່ໂຮງຮຽນ ວິທະຍາສາດຄອມພິວເຕີ (School of Computer Science) ທີ່ມະຫາວິທະຍາໄລ ຊິດນີ.

ລາວເວົ້າວ່າ ຖ້າຄົນໃດຄລິກໃສ່ຫນຶ່ງໃນລິ້ງພວກນີ້, ມັນກໍສາມາດຕິດຕັ້ງ malware ທີ່ຈະລັກຂໍ້ມູນຂອງບຸກຄົນນັ້ນໄດ້.

"ພວກເຂົາສາມາດສ້າງ ການເຊື່ອມໂຍງ ຫຼື link , ບ່ອນທີ່ມີ malware – software ທີ່ເປັນອັນຕະລາຍ. ດັ່ງນັ້ນ ເມື່ອທ່ານຄລິກໃສ່ການເຊື່ອມຕໍ່ນັ້ນ, software ທີ່ເປັນອັນຕລາຍກໍມາທີ່ ຄອມພິວເຕີຂອງທ່ານ ແລະ ໄດ້ຮັບການ ຕິດຕັ້ງ." Dr Seneviratne ກ່າວ.

software ສາມາດບັນທຶກທຸກຢ່າງ ທີ່ທ່ານພິມ. ຈາກນັ້ນມັນມີຊ່ອງທາງ ສື່ສານທີ່ຈະ ສົ່ງຂໍ້ມູນທັງຫມົດໄປໃຫ້ 'ຜູ້ຮ້າຍ'.
hooded person
Source: Getty / Getty Images/boonchai wedmakawand

ການລັກຂໍ້ມູນສ່ວນຕົວ ແລະ "ເວັບໄຊມືດ (dark web) "

Shanton Chang ສາສດາຈານ ຂອງໂຮງຮຽນຄອມພິວເຕີ ແລະລະບົບຂໍ້ມູນຂ່າວສານ (School of Computing and Information Systems) ທີ່ມະຫາວິທະຍາໄລ Melbourne.

ລາວເວົ້າວ່າ ຕາມປົກກະຕິແລ້ວ scammers ຕ້ອງການຂໍ້ມູນສ່ວນຕົວຂອງຄົນ.

ຖ້າຫາກວ່າ ເຂົາເຈົ້າມີຊື່ຂອງທ່ານ, ທີ່ຢູ່, ວັນທີເກີດ ແລະອາດຈະເປັນເບີໂທຣະສັບ ຂອງທ່ານ, ພວກເຂົາເຈົ້າສາມາດ ໄປຫາສະຖາບັນການເງິນຂອງທ່ານແລະແອບອ້າງວ່າເປັນທ່ານ.
ລາວກ່າວຕື່ມວ່າ "ມັນເປັນວິທີ ທີ່ອົງກອນທາງການທັງຫມົດ ຈະຣະບຸ ວ່າທ່ານເປັນໃຜ”.

ລາວເວົ້າວ່າ ລາຍລະອຽດສ່ວນຕົວຂອງບາງຄົນສາມາດຂາຍໄດ້ໃນເວັບໄຊມືດ ເຊິ່ງສາມາດສົ່ງຜົນໃຫ້ມີການລັກຂໍ້ມູນສ່ວນຕົວ.

"ລາຍລະອຽດສ່ວນຕົວຂອງທ່ານ ແມ່ນມີຄຸນຄ່າສູງ ແລະສາມາດສ້າງຣາຍໄດ້."

ສາດສະດາຈານ Chang ກ່າວວ່າ ຖ້າຫາກວ່າລາຍລະອຽດສ່ວນຕົວຂອງຜູ້ໃດຜູ້ຫນຶ່ງ ໄດ້ເຂົ້າໄປຜິດມື, ຂໍ້ມູນສ່ວນຕົວຂອງເຂົາເຈົ້າ ສາມາດຖືກນຳໄປໃຊ້ໄດ້ຫຼາຍເດືອນ.
ຂໍ້ມູນສ່ວນຕົວມີຄ່າສູງ ແລະມັນຫມາຍຄວາມວ່າ ທ່ານສາມາດເຮັດ ແລະຊື້ບັດເຄຣດິດໃຫມ່ໄດ້; ທ່ານສາມາດເຮັດແລະຊື້ຊັບສິນ, ທຸກສິ່ງທຸກຢ່າງໃນທົ່ວໂລກ.

ການເຮັດວຽກຈາກບ້ານເຮັດໃຫ້ຄົນມີຄວາມສ່ຽງຫຼາຍຂຶ້ນ

Dr Priyadarsi Nanda ຈາກຄນະວິສະວະກັມສາດ ແລະ ໄອທີ (Faculty of Engineering and IT) ທີ່ the University of Technology Sydney ກ່າວວ່າ ການເຮັດວຽກຈາກບ້ານເຮັດໃຫ້ຜູ້ຄົນມີຄວາມສ່ຽງຕໍ່ການຫຼອກລວງຫຼາຍຂຶ້ນເມື່ອທຽບກັບ ຕອນທີ່ພວກເຂົາເຈົ້າເຮັດວຽກຢູ່ໃນຫ້ອງການຕລອດເວລາ.

"ເພາະວ່າພວກເຮົາທຸກຄົນເຮັດວຽກຈາກບ້ານ, ພວກເຮົາບໍ່ມີມາດຕະການຄວາມປອດພັຍທີ່ຈໍາເປັນໃດໆ ໃນການວາງໄວ້ກ່ຽວກັບວິທີທີ່ພວກເຮົາເຊື່ອມຕໍ່ກັບອິນເຕີເນັດ. ໃນອົງກອນມີມາດຕະການດ້ານຄວາມປອດພັຍຫຼາຍເພື່ອປົກປ້ອງທ່ານ".

working from home
Credit: Pexels/Anna Shvets

ວິທີປ້ອງກັນຄອມພິວເຕີຂອງທ່ານ ຈາກ malware

Dr Nanda ອະທິບາຍວ່າ ມີສອງສາມວິທີທີ່ຈະປ້ອງກັນຄອມພິວເຕີຂອງທ່ານຈາກ malware.

"ໃນບາງຄັ້ງ ທ່ານຄວນແລ່ນໂປຣແກຣມ ປ້ອງກັນໄວຣັສ anti-malware ຂອງທ່ານ — ເປັນການກວດສອບໄຟລ໌ທັງຫມົດຂອງທ່ານ.” ທ່ານກ່າວ.

ຖ້າໃຜຄິດວ່າ ເຂົາເຈົ້າອາດໄດ້ຄລິກ ໃສ່ການເຊື່ອມຕໍ່ທີ່ເປັນອັນຕະຣາຍ, ເຂົາເຈົ້າສາມາດເອົາຄອມພິວເຕີຂອງເຂົາເຈົ້າ ໄປຫາຜູ້ຊ່ຽວຊານດ້ານນິກເຕັກໂນໂລຊີ ເພື່ອກວດສອບຕໍ່ malware ຫຼື software ທີ່ເປັນອັນຕະຣາຍອື່ນໆ.

"ສິ່ງທີສາມແມ່ນຜູ້ຂາຍ software ເຊັ່ນ Microsoft ຫຼື Apple ສົ່ງ ການແກ້ໄຂປັບປຸງ(patches) ໃຫ້ທ່ານເປັນບາງຄັ້ງຄາວ. ພວກເຂົາຂໍໃຫ້ທ່ານຕິດຕັ້ງ patches ແລະ ເລີ້ມໃຊ້ (restart) ຄອມພິວເຕີໃໝ່".

Dr Nanda ກ່າວວ່າ ມັນເປັນສິ່ງສໍາຄັນທີ່ຜູ້ຄົນຈະຕິດຕັ້ງການປັບປຸງເຫຼົ່ານີ້.

"ການລາຍງານ ເປັນສິ່ງສໍາຄັນ"

Dr Hambleton ກ່າວວ່າ ມັນເປັນສິ່ງສໍາຄັນສໍາລັບຄົນທີ່ຖືກຫຼອກລວງ ຈະຕ້ອງລາຍງານຕໍ່ເຈົ້າຫນ້າທີ່.

"ມີການຣາຍງານ ການຖືກຫຼອກລວງ ຫລາຍພັນເທື່ອ ແລະ ກໍມີ ຄົນເສັຍເງິນແທ້ ແລະ ພວກເຂົາກໍຈະອາຍ ກ່ຽວກັບເຣື້ອງນັ້ນ, ແລະ ບໍ່ໄດ້ຣາຍງານ. ຂ້ອຍຄິດວ່າຖ້າເຈົ້າຖືກຫຼອກລວງ ເຈົ້າຄວນບອກຄົນໃດຄົນຫນຶ່ງ."

ການຫຼອກລວງ (Scams) ສາມາດລາຍງານໃຫ້ ACCC ໄດ້ໂດຍການຂຽນແບບຟອມນີ້ໃນເວັບໄຊ Scamwatch.


Share
Published 9 November 2022 10:20am
By Chiara Pazzano, SBS
Presented by Sak Phoumirath


Share this with family and friends