ຄົນລາວໃນຊົນນະບົດ ວິກຕໍເຣັຍ ຢູ່ລອດຈາກ ໂກວິດ-19 ໄດ້ແບບໃດ?

A country living in NSW, Australia ( Getty Images - Robin Smith)

A country living in NSW, Australia ( Getty Images - Robin Smith) Source: Getty Images - Robin Smith

ປະເທດອອສເຕຼເລັຍເປັນປະເທດອັນກວ້າງໃຫຍ່ 7.692ລ້ານ ຕາຕະລາງກະໂລແມດແມດ ແຕ່ມີ

ພົນລະເມືອງໜ້ອຍເຖິງປະມານ 25ລ້ານ ຄົນກະຈູ້ກະຈາຍກັນໃນທຸກຫົນແຫ່ງແຕ່ 85% ຢູ່ກັນຢູ່

ໃນເຂດໃນເມືອງແລະ 70% ຢູ່ກັນຢູ່ໃນຫົວເມືອງເອກຕ່າງຂອງຣັດຕ່າງໆ ແລະເວົ້າໄດ້ວ່າສ່ວນ

ໃຫຍ່ຢູ່ກັນໃນພາກຕາເວັນອອກຂອງປະເທດ.

 

ຄົນລາວປະມານ 10ພັນ ຄົນມາຢູ່ໃນອອສເຕຼເລັຍໂດຍການປົບຣົບໜີຈາກຄ້ອນກັນກ່ຽວ

ລັ່ນທັບຫົວໃນຜື້ນແຜ່ນດິນລາວ ຂ້າມແມ່ນ້ຳຂອງເຂົ້າສູ່ປະເທດໄທຍ໌ແລ້ວໄດ້ມາຕັ້ງຊີວິໃໜ່

ໃນປະເທດເສຣິປະຊາທິປະໄຕອອສເຕຼເລັຍແຕ່ວັນທີ 19 ມີນາ 1976 ເປັນຕົ້ນມາ.

 

ຄົນລາວນັ້ນກະຈູ້ກະຈາຍກັນໄປຢູ່ເກືອບທົ່ວອອສເຕຼເຣັຍແຕ່ສ່ວນໃຫຍ່ແລ້ວຢູ່ໃນເມືອງ

ແລະນະຄອນຕ່າງໆແລະຕັ້ງພູມລຳເນົາໄດ້ດີເປັນພິເສດ.

ເຖິງຈະເປັນດັ່ງນັ້ນກໍຕາມຄົນລາວໃນອອສເຕຼເລັຍກໍໄປທຳມາຫາກິນຢູ່ໃນຊົນບົດອອສເຕຼເລັຍ.

 

ແຫ່ງນຶ່ງທີ່ີ່ເປັນຊົນນະບົດອອສເຕຼທີ່ມີຄົນລາວໄປຕັ້ງຊິດຢູ່ດົນນານທີ່ສຸດແລະໄດ້ຜົນແມ່ນ

ເມືອງ ແວງກາຣະຕາ ໃນຣັດວິກຕໍເລັຍ.

ເມືອງ ແວງກາຣາຕາ ຕັ້ງຢູ່ຮຽງຂ້າງກັບເສັ້ນທາງແຫ່ງຊາດອອສເຕຼໜາຍເລກ 31 ທີ່ຕໍໍ່

ນະຄອນ ແມນລ໌ເບີນແລະຊິດນີເຂົ້າຫາການ. ເສັ້ນທາງນັ້ນຍຶດຍາວເຖິງປະມານນຶ່ງພັນ

ກິໂລແມດ.

ແວງກາຣາຕາ ຕັ້ງຢູ່ໄກ່ຫ່າງຈາກ ແມນເບີນລ໌ 236​ກິໂລແມດ ຖ້ວນແລະມີພົນລະເມືອງ

ປະມານ 19318 ຄົນໃນຄາວປີ 2018 ແລະເປັນເມືອງທີ່ໃຫຍ່ໂຕໃນຣະດັບທີ່ສອງຂອງ

ພາກເໜືອສ່ຽງຕາເວັນອອກຂອງຣັດວິກຕໍເຣັຍ.

ໃນເຂດັ່ງກ່າວທີນຶ່ງແມ່ນເມືອງ ວູດອງກາ ທີມີເຖິງ 41430 ຄົນໃນປີ 2018.

ຈິງແທ້ທີ່ ແວງກາຣະຕາ ເປັນເມືອງຊົນນະບົດແຕ່ບໍ່ຂາດເຂີນຫຍັງນອກຈາກມະຫາວິທຍາລັຍ.

ແວງກາຣະນາ ມີໂຮງງານໂຮງຈັກ ມີໂຮງຮ່ຳໂຮງຽນອະນຸບານ, ປະຖົມແລະມັທຍົມ ມີໂຮງໜໍ

ໂຮງພະຍາບານ ມີຮ້ານຄ້າຮ້ານຂາຍທຸກຢ່າງທຸກແນວ ມີສະໜາມກິລາແລະບ່ອນລື້ນເລີງໃຈ

ຕ່າງໆນາໆ ແລະກໍມີຮ້ານອາຫານຈີນແລະລາວ-ໄທຍ໌ນຳດ້ວຍ...

 

ຄອບຄົວຂອງທ່ານ ໂດໄດ ສີຫາຣາຊ ເປັນຄົວລາວແລກໆທີ່ໄປຢູ່ໃນ ແວງກາຣະຕາ

ຕໍ່ແຕ່ເມື່ອມາຮອດອອສເຕຼເລັຍຈາກສູນອົພຍົບອັນລ້ຳບາກຍາກແຄນຂອງສະຫະປະ

ຊາຊາດໃນແຫ່ງນຶ່ງຂອງປະເທດໄທຍ໌.

ທ່ານ ໂອໄດ ເຄີຍເຮັດວຽກເຮັດການໃນດ້ານໂຍທາກັບບໍຣິສັດກໍ່ສ້ງຂອງເອກກະຊົນ

ອັນນຶ່ງໃນເມືອງດັ່ງກ່າວແລະເຄີຍເຮັດ ຟາມ ຂອງໂຕເອງລ້ຽງງົວແລະກະເສດ ທັງກໍ

ເຄີຍນຳເອົາອຸປກອນແລະເງິນຄຳໄປຕັ້ງທຸຣະກິດຂຶ້ນໃນນະຄອນຫຼວງວຽງຈັນດ້ວຍ.

ບັດນີ້ທ່ານໄປບຳນານແລ້ວຍ້ອນອາຍຸສັງຂານແກ່ສະຣາ...

 

ຄົນລາວໃນຊົນນະບົດອອສເຕຼເລັຍຢູ່ກິນແບບໃດໃນຍາມວິກິດ ໂກວິດ-19 ທີ່ແຜ່

ຣະບາດຢ່າງຮ້າຍແຮງອອກມາຈາກປະເທດຫົວໂປ່ຄອມມຸຍນິສ ສປຈີນໃນເດືອນ

ທັນວາປີ 2019 ໂດຍທີ່ວ່າບໍ່ເກີດຂອງການ'ສ້າງພະຍາດ' ນັ້ນຂຶ້ນມາ ຄືນະຄອນ

ວູຮານ ສປຈີນຖຶກປິດເຕັມສ່ວນຫ້າມອອຫ້າມເຂົ້າໂດຍເຕັມສ່ວນໃນວັນທີ 22

ມົກກະຣາ 2020 ແຕ່ມັນ 'ຖຶກປ່ອຍ' ຫຼື 'ລະເລີຍໃຫ້ບິນໄປັ' ຍັງຫຼາຍປະເທດຈົນວ່າ

ລາມຕິດແປດກັນເປັນວິກິດຂອງປະຫວັດສາຂອງມະມຸດ...

 

ກ່ຽວວ່າຄົນລາວໃນຊົນນະບົດອອສເຕຼເລັຍຢູ່ກິນກັນແບບໃດນັ້ນແມ່ນວາມທ່ານ

ໂອໄດ ເລົາສູຟັງວ່າ 'ກໍທຳມາຫາກິນຕາມປົກຕິຢູ'.

ເມື່ອຖາມວ່າມັນກໍມີວຽກໃຫ້ເຮັດບໍ່ ທ່ານເວົ້າວ່າ ​'ວຽກກະມີໃຫ້ເຮັດຢູ່ແຕ່ບໍ່ຫຼາຍ'

ເພາະບໍ່ເຖິງຍາມເກັບກ່ຽວອັນປົກກະຕິເທື່ອ.

ແລະກຽວກັບການໄປມາຫາສູ່ກັນັັ້ນທ່ານເວົ້າວ່າມີບັນຫາຫຼາຍຍ້ອນການຕ້ອງຫ້າມ

ຕ່າງຍ້ອນ ໂກວິດ-19 ແຕ່ສຳຮັບການເດີນທາງໄປເຮັດເຮັດການ ແມ່ນໄປໄດ້ເພາະ

ທາງການໃຫ້ໃບອະນຸຍາດ.

ເນື່ອງຈາກວ່າການເຣັດວຽກກະເສດແມ່ນມັນເປັນວຽກທີ່ຢູ່ໄກບ້ານເຮືອນ ມີບັນຫາ

ບໍ່ນັ້ນ ທ່ານເວົ້າວ່າ 'ຕ້ອງຢູ່ກິນຢູ່ບ່ອນເຮັດວຽກໂດຍໂຕເອງ' ທັງກໍບອກວ່າຕ້ອງເຊົ່າ

ທີ່ຢູ່ເຊົາຢູ່ໃນຣະຄາ 'ປະມານ 100 ດອນ ຕໍ່ສັບປະດາ'.

 

ນັ້ນແມ່ນເລົ່າສູຟັງໂດຍຫຍໍ້ໆ ສ່ວນຫຼາຍຣະອຽດກ່ຽວກັບການຢູ່ກິດໃນຊົນນະບົດອອສ

ເຕຼເລັຍ ເປັນແນວໃດ ໂດຍສະເພາະໃນວິກິດ ໂກວິດ-19 ນັ້ນ ຂໍເຊີທ່ານຟັງການສຳພາດ

ທ່ານ ໂອໄດ ສີຫາຣາຊ ຢູ່ນະທີ່ : 

audio/how-lao-people-in-regional-australia-live-under-covid-19


Share
Published 22 October 2020 12:37pm
Updated 22 October 2020 1:06pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends