ນີ້ແມ່ນເຫດຜົນທີ່ພໍ່ແມ່ທຸກຄົນຄວນພິຈາຣະນາຢາວັກຊີນ COVID-19 ໃຫ້ລູກ

ຂໍ້ມູນສະແດງໃຫ້ເຫັນວ່າມີຜູ້ຕິດເຊື້ອ COVID-19 350,000ຄົນ ແລະ 8 ຄົນເສັຍຊີວິດ ໃນກຸ່ມເດັກນ້ອຍ ອາຍຸ 0-5 ປີ ໃນເຈັດເດືອນທີ່ຜ່ານມາ.

COVID-19 VACCINATIONS FOR CHILDREN

Brothers Louise and Harry Taylor-Bishop and sisters Olivia and Evie Kurz pose for a photo after receiving their first vaccine at Kippa Ring Communication Vaccination Clinic in Brisbane. Source: AAP / RUSSELL FREEMAN/AAPIMAGE

ໃນຕົ້ນປີນີ້, ຢາວັກຊີນ COVID-19 ໄດ້ຖືກອະນຸມັດໃຫ້ສັກໃຫ້ເດັກນ້ອຍ ທີ່ມີອາຍຸ 5-11 ປີ.

ເຖິງຢ່າງໃດກໍຕາມ, ມີພຽງແຕ່ 40 ເປີເຊັນຂອງເດັກນ້ອຍທີ່ມີສິດ 2.3 ລ້ານຄົນ ໃນກຸ່ມອາຍຸນີ້ ທີ່ໄດ້ສັກຢາສອງເຂັມຕາມຄຳແນະນໍາ.

ທ່ານຫມໍ Brenden McMullan ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອ ໃນເດັກທີ່ໂຮງຫມໍເດັກ Sydney ໄດ້ກ່າວວ່າ ບາງທີ ພໍ່ແມ່ອາດເປັນຫ່ວງຫນ້ອຍຫນຶ່ງກ່ຽວກັບຜົນຂ້າງຄຽງຂອງຢາແລະບໍ່ແນ່ໃຈວ່າລູກຂອງເຂົາຈຳເປັນຕ້ອງສັກຫຼືບໍ່.
LISTEN TO
Edited Nick Wood.mp3 image

How safe are COVID-19 vaccines for children?

SBS English

11/08/202214:21
ຮອງສາສດາຈານ ແລະ ແພດຊ່ຽວຊານທາງເດັກ Nick Wood ໄດ້ກ່າວວ່າເຫດຜົນອື່ນ ທີ່ຢູ່ເບື້ອງຫລັງ ການຮັບຢາວັກຊີນຕ່ໍາ ອາດເປັນການເດີນທາງ ແລະ ຜູ້ຄົນບໍ່ມີ ເວລາພາລູກຂອງພວກເຂົາເຈົ້າໄປຍັງສູນສັກຢາ.

"ພໍ່ແມ່ຂອງລູກ ຫົກຫຼືເຈັດປີ ທີ່ເຄີຍມີ COVID-19 ອາດຄິດວ່ານັບຕັ້ງແຕ່ ການຕິດເຊື້ອ ບໍ່ຮ້າຍແຮງເກີນໄປ, ພວກເຂົາເຈົ້າບໍ່ຈໍາເປັນ ຕ້ອງຟ້າວໄປຮັບການສັກຢາວັກຊີນ."

"ມີຄໍາແນະນໍາໃຫ້ລໍຖ້າຢ່າງຫນ້ອຍສາມເດືອນ ກ່ອນທີ່ຈະໄດ້ຮັບຢາວັກຊີນ ຖ້າທ່ານຕິດເຊື້ອ COVID-19. ນັ້ນອາດຈະເປັນອີກເຫດຜົນນຶ່ງທີ່ພາໃຫ້ມີອັດຕາການສັກວັກຊີນຕໍ່າລົງ."

ເດັກນ້ອຍຈຳເປັນຕ້ອງສັກວັກຊີນ COVID-19 ບໍ່?

ຜູ້ຊ່ຽວຊານທັງສອງໄດ້ກ່າວວ່າ ການຕິດເຊື້ອ coronavirus ນັ້ນບໍ່ຮຸນແຮງສໍາລັບເດັກນ້ອຍສ່ວນໃຫຍ່, ແຕ່ສໍາລັບບາງຄົນໂດຍສະເພາະ ຜູ້ທີ່ມີບັນຫາ ທາງການແພດຊໍາເຮື້ອ, COVID-19 ອາດຈະເປັນເລື່ອງທີ່ຫນ້າຢ້ານຫຼາຍ.

"ເດັກນ້ອຍບາງຄົນອາດເຈັບປ່ວຍໜັກ ແລະຕ້ອງໄດ້ເຂົ້າໂຮງຫມໍ. ພວກເຂົາ ອາດຕ້ອງການຄວາມຊ່ວຍເຫລືອເພີ່ມເຕີມເຊັ່ນ Oxygen ຫຼື ໃສ່ນ້ຳເກືອ ເພາະການ ຫາຍໃຈຂອງພວກເຂົາບໍ່ດີ ແລະການບໍຣິໂພກ (ການກິນແລະການດື່ມ) ຂອງພວກເຂົາຫຼຸດລົງ." ຮອງສາສດາຈານ Wood ກ່າວ.

ລາວເວົ້າວ່າຢາວັກຊີນ COVID-19 ຈະຊ່ອຍເດັກນ້ອຍບໍ່ໃຫ້ປ່ວຍຫນັກ.

Dr.Wood ກ່າວວ່າ:"ເຖິງວ່າທ່ານຈະຕິດເຊື້ອກໍຕາມ ແຕ່ກໍມີປໂຍດ ໃນການເຄີຍຕິດເຊື້ອ ພ້ອມຢາວັກຊີນ. ອາຈານວູດໄດ້ກ່າວວ່າ ພູມຄຸ້ມກັນທີ່ທ່ານໄດ້ຮັບນັ້ນ ອາດຈະກວ້າງກວ່າ, ແລະມັນອາດຈະປົກປ້ອງທ່ານຈາກການຕິດເຊື້ອຄືນໃຫມ່."
ທ່ານຫມໍ McMullan ໄດ້ກ່າວວ່າຄົນທີ່ບໍ່ໄດ້ສັກຢາວັກຊີນຮວມທັງເດັກນ້ອຍ ມີແນວໂນ້ມສູງກວ່າທີ່ຈະຕິດເຊື້ອ ໂຄໂຣນາ ໄວຣັສ.

.ທ່ານກ່າວວ່າ: "ໃນຕອນຕົ້ນຂອງການລະບາດ, ສ່ວນຫຼາຍເຮົາຈະເຫັນໄວລຸ້ນຢູ່ໂຮງຫມໍທີ່ມີພະຍາດຮ້າຍແຮງ. ດຽວນີ້, ພວກເຮົາເຫັນເດັກອາຍຸນ້ອຍຢູ່ໃນໂຮງຫມໍ."

ຢາວັກຊີນປອດພັຍພຽງໃດ?

ພວກນັກຊ່ຽວຊານຕ່າງກໍກ່າວວ່າ ຢາວັກຊີນເຫຼົ່ານີ້ໄດ້ຖືກສຶກສາຢ່າງລະອຽດ ແລະໃຊ້ກັບພວກເດັກນ້ອຍຫຼາຍລ້ານຄົນໃນທົ່ວໂລກ.

ໃນອອສເຕຣເລັຍ, ວັກຊີນເຫຼົ່ານີ້ໄດ້ຮັບການປະເມີນໂດຍ ອົງການຄວບຄຸມຜລິດຕະພັນຢາ ແລະໄດ້ຮັບການແນະນໍາ ຈາກ Australian Technical Advisory Group on Immunisation (ATAGI).

ສາສດາຈານ Wood ເປັນຜູ້ຂຽນຫຼັກຂອງລາຍງານ AusVaxSafety ເມື່ອບໍ່ດົນມານີ້ ທີ່ໄດ້ວິໄຈຂໍ້ມູນຄວາມປອດພັຍຂອງຢາວັກຊີນໃນເດັກນ້ອຍ ອອສເຕຣເລັຍ ຫຼາຍກວ່າ 200,000 ຄົນທີ່ມີອາຍຸ 5 ຫາ15ປີ.

ທ່ານໄດ້ກ່າວວ່າຜົນຂ້າງຄຽງທົ່ວໄປໃນເດັກນ້ອຍແມ່ນຄວາມເຈັບປວດແລະສີແດງຢູ່ບໍຣິເວນສັກຢາ, ເຊິ່ງປົກກະຕິແລ້ວ ແມ່ນເກີດຂຶ້ນໃນ 48 ຊົ່ວໂມງທໍາອິດ ຂອງການໄດ້ຮັບຢາວັກຊີນ ແລະ ເກີດຂຶ້ນພຽງສອງສາມມື້.

ອາການໄຂ້, ເຈັບຫົວ ແລະປວດກ້າມເນື້ອ ເປັນຜົນຂ້າງຄຽງ ອື່ນໆທົ່ວໄປ ທີ່ພົບໃນເດັກນ້ອຍແລະຜູ້ໃຫຍ່.

"ແຕ່ອາການເຫຼົ່ານີ້ຈະບໍ່ເກີດຂຶ້ນ ເລື້ອຍໃນເດັກນ້ອຍ ຊຶ່ງຈະມີຫນ້ອຍກວ່າພວກ ໃນຜູ້ໃຫຍ່. ອາການເຫຼົ່ານີ້ ຈະເຫັນຢູ່ຫນ້ອຍຫນຶ່ງ ໃນເດັກນ້ອຍອາຍຸ 5 ຫາ 11ປີ ກວ່າໃນເດັກນ້ອຍອາຍຸ 12 ຫາ 15ປີ." ສາສດາຈານ Wood ກ່າວ

ສາດສະດາຈານ Wood ແລະທີມງານຂອງລາວ ບໍ່ພົບຄວາມສ່ຽງຕໍ່ Myocarditis (ການອັກເສບຂອງກ້າມເນື້ອຫົວໃຈ)ໃນເດັກນ້ອຍອາຍຸຕໍ່າກວ່າ 12 ປີ.

"ມັນພົບໄດ້ເລື້ອຍກວ່າຫນ້ອຍຫນຶ່ງໃນພວກທີ່ມີອາຍຸ 15-25ປີ. ແລະມັນເກີດຂຶ້ນ ສ່ວນໃຫຍ່ໃນຜູ້ຊາຍຫນຸ່ມຫລັງຈາກໄດ້ສັກຢາເຂັມທີສອງ. ພວກໄວຫນຸ່ມອາດຈົ່ມ ວ່າເຈັບຫນ້າເອິກຫຼືອາການຫົວໃຈສັ່ນຫນ້ອຍຫນຶ່ງ." ສາສດາຈານ Wood ກ່າວ

"ແລະຖ້າເຂົາມີອາການແບບນີ້ແລ້ວ ເຂົາກໍຕ້ອງໄປຫານາຍໝໍ ຫລື ທ່ານຫມໍ ສຸກເສີນ. ແຕ່ນີ້ບໍ່ແມ່ນເລື່ອງທີ່ເກີດຂຶ້ນເລື້ອຍ ອາດຈະມີ 1ໃນ 5000 – 10 000ຄົນ." ທ່ານກ່າວຕື່ມ

Dr McMullan ຮັບມືກັບຜົນຂ້າງຄຽງທີ່ຮຸນແຮງ ໃນຖານະຜູ້ຊ່ຽວຊານ ດ້ານພະຍາດຕິດເຊື້ອ ແລະຊ່ວຍໃນການສັກຢາວັກຊີນ.

Dr.McMullan ໄດ້ກ່າວວ່າ "ຂ້າພະເຈົ້າໄດ້ດູແລເດັກນ້ອຍທີ່ຕິດ COVID ທີ່ຮ້າຍແຮງ ຫຼາຍກວ່າທີ່ຂ້າພະເຈົ້າຕ້ອງຮັບມືກັບຜົນຂ້າງຄຽງຂອງຢາວັກຊີນ.

ຢາວັກຊີນໃດທີ່ແນະນໍາໃຫ້ສັກໄດ້ສໍາລັບເດັກນ້ອຍ?

ປັດຈຸບັນ, ATAGI ແນະນໍາໃຫ້ສັກຢາວັກຊີນ Spikevax ຂອງ Moderna ສອງເຂັມ ສໍາລັບເດັກນ້ອຍ ທີ່ມີຄວາມສ່ຽງທີ່ມີອາຍຸຣະຫວ່າງ 6 ເດືອນ ຫາ 5 ປີ.

"ຄົນກຸ່ມອາຍຸນີ້ແມ່ນກຸ່ມນຶ່ງ ທີ່ມີຄວາມເປັນໄປໄດ້ຫນ້ອຍທີ່ສຸດ ທີ່ຈະຕ້ອງໄດ້ເຂົ້າໂຮງຫມໍຍ້ອນ COVID-19. ໃນບັນດາຄົນຈໍານວນນ້ອຍ ທີ່ໄດ້ຮັບການປິ່ນປົວຢູ່ໂຮງຫມໍຫລືຜູ້ທີ່ຕາຍຍ້ອນ COVID-19, ສ່ວນຫຼາຍຈະມີ ອາການດ້ານສຸຂະພາບ ຫຼື ມີພູມຄຸ້ມກັນບົກພ່ອງ (Immunocompromise)." ATAGI ກ່າວ.


ລະບົບ National Interoperable Notifiable Diseases Surveillance System ໄດ້ລາຍງານແລະແຈ້ງກ່ຽວກັບຜູ້ຕິດເຊື້ອ COVID-19 ຫຼາຍກວ່າ 350,000 ຄົນ ແລະມີຜູ້ເສັຍຊີວິດຈາກ COVID 8 ຄົນ ໃນເດັກອາຍຸ 0-5 ປີ ລະຫວ່າງວັນທີ 1 ທັນວາ 2021 ຫາ 17 ມິຖຸນາ 2022.

ເດັກນ້ອຍທັງຫມົດໃນກຸ່ມອາຍຸ 5-11 ແລະ 12-15ປີ ສາມາດໄດ້ຮັບຢາວັກຊີນ Pfizer ຫຼື Moderna ໄດ້ສອງເຂັມ ສ່ວນເຂັມທີສາມແມ່ນແນະນໍາສໍາລັບເດັກທີ່ມີຄວາມສ່ຽງເທົ່ານັ້ນ.

COVID ຊຳເຮື້ອ (Long COVID) ໃນເດັກນ້ອຍ

Dr. McMullan ໄດ້ກ່າວວ່າ COVID ຊຳເຮື້ອແມ່ນມີຢູ່ຫຼາຍໃນຜູ້ໃຫຍ່ເມື່ອທຽບໃສ່ ກັບ ເດັກນ້ອຍ.

"ເດັກນ້ອຍສ່ວນໃຫຍ່ທີ່ຕິດ COVID ຈະຟື້ນຕົວຄືນສູ່ພາວະພື້ນຖານຂອງເຂົາເຈົ້າ ພາຍໃນສອງສາມອາທິດ.” ທ່ານກ່າວ.

SBS ມີຄວາມມຸ່ງຫມັ້ນທີ່ຈະສນອງການປັບປຸງ COVID-19 ທັງຫມົດໃຫ້ແກ່ຊຸມຊົນທີ່ມີຫຼາຍວັທະນະທັມແລະ ຫຼາຍພາສາຂອງອອສເຕຣເລັຍ ຢູ່ຢ່າງປອດພັຍ ແລະ ຢູ່ໃນການຮັບຮູ້ໂດຍການໄປຢ້ຽມຢາມເປັນປະຈໍາ



Share
Published 17 August 2022 3:24pm
Updated 17 August 2022 3:32pm
By Sahil Makkar
Presented by Sak Phoumirath
Source: SBS


Share this with family and friends