ອັບເດດ ໂຄວິດ-19​: ວິກຕໍເຣັຍ ຫຼ້າສຸດມີໂຄວິດໜະບາດຮ້າຍແຮງ, ນີວຊາວທ໌ແວນລ໌ມອງເບິ່ງການຈະເປີດກ້ວາງຄືນ

ນີ້ແມ່ນອັບເດດກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເຮັ້ຍສຳຮັບ 13 ຕຸລາ 2021.

The Royal Children's Hospital in Melbourne is dealing with a coronavirus scare in its NICU unit, which cares for vulnerable newborns.

The Royal Children's Hospital in Melbourne is dealing with a coronavirus scare in its NICU unit, which cares for vulnerable newborns. Source: AAP

* ວິກຕໍເຣັຍມີໂຄວິດ-19 ຣະບາດຂຶ້ນປະຈຳວັນຢ່າງສາຫັດ
* ນີວຊາວທ໌ແວນລ໌ເດີນໄປຕາມແນວທາງທີ່ຈະມີຄົນຖຶກສັກຢາວັກຊິນໂຄວິດໃຫ້ຢ່າງເຕັມສ່ວນເຖິງຂັ້ນ 80% ພາຍໃນທ້າຍສັບປະດານີ້.
* ເອຊີທີມີບ່ອນເປັນໂຄວິດຫຼາຍຮ້ອຍແຫ່ງ.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນໃໜ່ເປັນໂຄວິດ-19 ຈາກທ້ອງຖິ່ນເອງ 1571 ລາຍແລະຕາຍ 13 ຄົນ.

ການຜ່າຕັດ Elective surgery ຖຶກໂຈະໄວ້ແລະໂຮງພະຍາບານ Royal Children's Hospital ໃນແມນລ໌ເບີນກຳລັງໃຊ້ການກວດໂດຍ Rapid Antigen Testing ສຳຮັບຄົນທີ່ໄປຢ້ຽມຢາມໂຮງພະຍາບານດັ່ງກ່າວພາຍຫຼັງພໍ່ແມ່ຄົນນຶ່ງທີ່ເປັນພະຍາດໂຄວິດໄປຢ້ຽມຢາມພະແນກ neonatal intensive care ward.

Martin Foley ຣັຖມົນຕີສາທາຣະນະສຸກເວົ້າວ່າ Mitchell Shire ໃນເຂດ Hume Region ຈະອອກຈາກລໍ່ອກດາວຈາກແຕ່ຄືນນີ້.

ໃຫ້ກົດໃສ່   ເພື່ອໜາຍນັດການສັກຢາວັກຊິນໂຄວິດຂອງທ່ານໃນມື້ນີ້.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ 444 ຄົນເປັນໂຄວິດ-19ຈາກທ້ອງຖິ່ນເອງແລະມີຕາຍສີ່ຄົນ.

ນີວຊາວທ໌ແວນລ໌ຈະມີຄົນຖຶກສັກຢາວັກຊີນໂຄວີດເຖິງຂັ້ນ 80% ພາຍໃນວັນອາທິດນີ້.

Dominic Perrottet ນາຍົກຣັຖມົນຕີໃຫ້ວີ້ແວວຈະດັດແປງແຜ່ນການ Roadmap ພາຍຫຼັງຄະນະຣັຖບານຂອງທ່ານຈະປະຊຸມກັນຂຶ້ນໃນມື້ອື່ນນີ້ເພື່ອສົນທະນາກັນກ່ຽວກັບການຜ່ອນຄາຍການຕ້ອງຫ້າມຕ່າງໆໃນສັບປະດາໜ້າ. ຄາດເນວາຈະມີປະກາດອັນນຶ່ງອອກມາໃນວັນສຸກນີ້.

ຄົນທີ່ຢູ່ກິນຢູ່ໃນຣັດນີວຊາວທ໌ແວນລ໌ເຖິງຫຼາຍກ່ວາ 75.2% ໜ້ອຍນຶ່ງ ທີ່ແກ່ກ່ວາ 16 ປີຖຶກສັກຢາວັກຊິນໂຄວິດຢ່າງເຕັມສ່ວນແລ້ວແລະຫຼາຍກ່ວາ 90% ຖຶກສັກໃຫ້ໄປແລ້ວເປັນຢ່າງຕ່ຳນຶ່ງໂດສ໌.

ໃຫ້ກົດໃສ່  ເພື່ອຊອກຫາສູນກາງສັກຢາທີ່ຢູ່ໃກ້ກັບທ່ານ.

 

ACT ເອຊີທີ

ເອຊີທີມີ 51 ກໍຣະນີໃໜ່ເປັນ ໂຄວິດ-19. ຈາກຄົນປ່ວຍ 16 ຄົນທີ່ຢູ່ໃນໂຮງພະຍາບານ 8 ຄົນຢູ່ໃນການປິ່ນປົວອັນໜັກໜ່ວງ ໂດຍມີຫ້າຄົນໃ່ສ່ປອດທຽມ.

ເອຊີທີໃນປັດຈຸບັນນີ້ມີບ່ອນເປັນໂຄວິດເຖິງຫຼາຍກ່ວາ 370 ແຫ່ງແລະຄົນແຄນເບີຣາຖຶກຮ້ອງຂໍໃຫ້ຮູ້ທັນການກ່ຽວກັບສະຖານທີ່ໃໜ່ຕ່າງໆທີ່ມີໄວ້ໃນ .

 

ໃນ 24 ຊົ່ວໂມງທົ່ວອອສເຕຼເລັຍ

* ວິກຕໍເຣັຍກຳລັງຊອກເອົາພະນັກງານການດູແລສຸຂພາບເຖິງ 10000 ຄົນຈາກນອກອອສເຕຼເລັຍເພື່ອຊົດຊ່ວຍຣະບົບການ ຍ້ອນຄົນເປັນໂຄວິດຫຼາຍຂຶ້ນ.
* ເອຊີທີເດີນໄປຕາມແນວທາງທີ່ຈະກັບກາຍເປັນນະຄອນທີ່ຖຶກສັກຢາວັກຊີນໂຄວິດຫຼາຍທີ່ສຸດໃນໂລກນີ້ ໂດຍຄາດວ່າຈະມີຄົນ 99% ຖຶກສັກນັ້ນສອງເຂັມພາຍໃນທ້າຍເດືອນພຶດສະຈິກາ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

* ມີຄວາມຊີ້ແຈງທີ່ກ່ຽວຂ້ອງສຳຮັບຣັດຂອງທ່ານນະທີ່ :   .  

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 


Share
Published 13 October 2021 1:44pm
Updated 13 October 2021 1:58pm
By SBS/ALC Content
Source: SBS


Share this with family and friends