ອັບເດດ ໂຄວິດ-19 : ແຜນການເປີດກ້ວາງວິກຕໍເຣັຍລົ້ມເຫຼວ"ມາກມາຍ", ຄີວນສ໌ແລນດ໌ບັນຍັດຄືນການຕ້ອງຫ້າມກ່ຽວກັບໂຄວິດ

ນີ້ແມ່ນອັບເດດກ່ຽວກັບໂຄໂຣຍາໄວຣັສໃນອອສເຕຼເລັຍສຳຮັບ 30 ກັນຍາ 2021.

People are seen exercising along Southbank in Melbourne, Thursday, September 30, 2021.

People are seen exercising along Southbank in Melbourne, Thursday, September 30, 2021. Source: AAP Image/Daniel Pockett

* ວິກຕໍເຣັຍກາຍ 80% ຂອງຈຳນວນສັກຢາວັກຊີນໂຄວິດເຂັມທຳອິດແລ້ວ
* ນີວຊາວທ໌ແວນລ໌ເປີດໂຮງຮຽນໄວກ່ອນເວລາທີ່ກະໄວ້ນຶ່ງສັບປະດາ
* ເອຊີທີຈະຜ່ອນຄາຍການຕ້ອງຫ້າມກ່ຽວກັບໂຄວິດຈາກທ່ຽງຄືນ
* ຄີວນສ໌ແລນດ໌ມີຫົກກໍຣະນີໂຄວິດໃໜ່ຈາກການຕິດແປດກັນໃນທ້ອງຖິ່ນເອງ.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີກໍຣະນີໂຄວິດໃໜ່ຈາກທ້ອງຖິ່ນເອງ1438 ລາຍ ໂດຍມີເຖິງຫຼາຍກ່ວາ 500 ລາຍທີ່ມີສາຍພົວພັນເຖິງການໄປເບິ່ງການແຂ່ງຂັນເຕະບານອອສເຕຼເລັຍຮອບສະນະເລີດໃນທ້ານສັບປະດາແລ້ວນີ້. ມີຫ້າຄົນຕາຍດ້ວຍ.

Jeroen Weimar ຜູ້ບັນຊາການ ໂຄວິດ-19 ວິກຕໍເຣັຍຊີ້ແຈງການທະວີຂຶ້ນຂອງມື້ນີ້ວ່າເປັນການການຖອຍຫຼັງ"ມາກມາຍ"ໃນແຜນການຈະເປີດກ້ວງວິກຕໍເຣັຍ.

ນາຍົກຣັຖມົນຕີ Daniel Andrews ເວົ້າວ່າຣະຍະຣະຫວ່າງເຂັມທີນຶ່ງແລະສອງຂອງຢາວັກຊີນ Pfizer ຈະຖຶກຫຼຸດລົງຈາກຫົກສັບປະດາມາເປັນສາມສັບປະດາຍ້ອນວິກຕໍເຣັຍຈະມີຢາວັກຊີນນັ້ນພຽງພໍເພື່ອຈະຄ້ຳຈູນການປ່ຽນແປງນັ້ນຈາກແຕ່ເດືອນໜ້າ.

ໃຫ້ຊອກເບິ່ງສູນກາງການສັກຢາວັກຢາວັກຊີນທີ່ໃກ້ຄຽງກັບທ່ານໂດຍກົດໃສ່  .

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ເປັນໂຄວິດ 941 ລາຍຈາກການຕິດແປດກັນໃນທ້ອງຖິ່ນແລະຕາຍຫົກຄົນ.

ນາຍົກຣັຖມົນຕີ Gladys Berejiklian ຢັ້ງຢືນວ່າເດັກອະນຸບານ, ນັກຮຽນປີທີ 1 ແລະ 2 ຈສາມາກັບເຂົ້າໂຮງຮຽນຈາກແຕ່ 18 ຕຸລາ 2021 ທີ່ໄວກ່ວາກະວາງໄວ້ນຶ່ງສັບປະດາ.

ນກຣຽນອື່ນໆທັງໜົດຈະຖຶກຮວບຮວມເຂົ້າໂຮງຮຽນຄືນໃນຣະຍະສອງສັບປະດາຕໍ່ໄປ ໃນວັນທີ 25 ຕຸລາ 2021 ແລະ 1 ພຶສຈິກາ 2021.

ໃຫ້ກົດໃສ່   ເພື່ອຈອງການໜາຍນັດເວລາສັກຢາວັກຊີນໃນມື້ນີ້.

 

ໃນເອຊີທີ Australian Capital Territory

ເອຊີທີມີ 31 ຄົນໃໜ່ເປັນໂຄວິດຈາກການຕິດແປດກັນໃນທ້ອງຖິ່ນເອງ.

ຈາກແຕ່ 12 ໂມງ 01 ນາທີ ຕອນເຊົ້າຂອງວັນສຸກ 1 ຕຸລາ 2021 ການຕ້ອງຫ້າມບາງອັນຈະຖຶກຜ່ອນຄາຍ - ກົດເບິ່ງ   ໂດຍເວລາການຫຼິ້ນຢູ່ນອກເຮືອນຈະຖຶກຕໍ່ອອກ, ຈະເປີດຄືນສວນ national parks,  ມີເງິນຊ່ວຍເຫຼືອຕື່ມສຳຮັບທຸຣະກິດການຊື້ຂາຍ retail businesses ແລະຫຼາຍສິ່ງຫຼາຍຢ່າງຕືມ.

ຄົນທີ່ຢູ່ກິນຢູ່ໃນເອຊີທີທີ່ແກ່ກ່ວາ 60 ປີ ບັດນີ້ມີຊິດສຳຮັບການຢາວັກຊີນ Pfizer.

ໃຫ້ຈອງການໜາຍນັດການສັກຢາຂອງທ່ານໂດຍກົດໃ່ສ  

 

ໃນ 24 ຊົ່ວໂມງທີ່ຜ່ານມາໃນທົວອອສເຕຼເລັຍ

* ເຂດການປົກຄອງທ້ອງຖິ່ນຂອງ Brisbane, Gold Coast, Logan, Moreton Bay, Townsville ແລະ Palm Island ຈະກ້າວເຂົ້າການຕ້ອງຫ້າມຣະດັບ 2 () ຈາກແຕ່ 4 ໂມງແລງຂອງວັນພະຫັດ 30 ກັນຍາ 2021.
* ຣັຖບານອອສເຕຼເລັຍເປີດເຜີຍກອງເງິນພັຍພິບັດ ໂຄວິດ-19 ສຳຮັບຄົນທີ່ເຮັດວຽກເຮັດການທີ່ສູນເສັຍວຽກການຂອງພວກຂະເຈົ້າແລະເງິນການຄ້ຳຈູນທຸຣະກິດຈະຍຸຕິເມື່ອ 80% ຂອງພົນລະເມືອງຖືກສັກຢາວັກຊີນໂຄວິດເຕັມສ່ວນແລ້ວ.

https://www.sbs.com.au/labsembeds/vaccinated-dashboard-naca/index.html

 

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 30 September 2021 3:29pm
Updated 12 August 2022 3:00pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends