ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ເປີດເຜີຍແຜນການຍົກເລີກການຕ້ອງຫ້າມກ່ຽວກັບໂຄວິດ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັນໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 9 ກັນຍາ 2021.

Marrickville, Sydney, Thursday, September 9, 2021.

Members of the public wait in line at a Covid-19 vaccine pop-up vaccination clinic at Marrickville, Sydney, Thursday, September 9, 2021. Source: AAP Image/Joel Carrett

* ລ໋ອກດາວຖຶກຍົກດເລີກໃນບາງແຫ່ງຊົນນະບົດນີວຊາວທ໌ແວນລ໌
* ຕຳຣວດຈະປ້ອງກັນບໍ່ໃຫ້ໄປຊົນນະບົດວິກຕໍເຣັຍໂດຍບໍ່ມີອະນຸຍາດ
* ເອຊີທີປ່ຽນ Check In CBR app
* ຄີວນສ໌ແລນດ໌ມີຄົນນຶ່ງຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາມທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1405 ລາຍ ແລະຫ້າຄົນຕາຍຍ້ອນ.

ນາຍົກ Gladys Berejiklian ຊີ້ແຈງການຕ້ອງຫ້າມກ່ຽວກັບໂຄວິດຈາກແຕ່ວັນຈັນສຳຮັບພາຍຫຼັງນີວຊາວທ໌ແວນລ໌ມີຄົນຖຶກສັກວັກຊີນໂຄວິດສອງເຂັມແລ້ວ ເກີນເປົ້າ 70% ສຳຮັບຜູ້ເຕັມກະສຽນທີ່ຖຶກສັກໃຫ້ທັງສອງເຂັມແລ້ວ. ໃຫ້ກົດເບິ່ງ  .

ກົດເກນໃຫ້ຢູ່ເຮືອນຈະບໍ່ຖຶກບັນຍັດອີກ, ແລະຄົນເຖິງຫ້າຄົນຖຶກອະນຸຍາດໃຫ້ຢ້ຽມຢາມກັນໄດ້ໂດຍທີ່ຜູ້ເຕັມກະສຽນທຸກຄົນຖຶກສັກວັກຊີນໂຄວິດແລ້ວ. ສະຖານທີ hospitality ຕ່າງໆ. ຮ້ານຄ້າຮ້ານຂາຍ, ສະຖານທີ່ກີລາແລະກິຈການສ່ວນໂຕ ເຊັ່ນ ຮ້ານຕັດຜົມແລະຮ້ານເສີມສວຍຈະເປີດໄດ້ພາຍໃຕ້ກົດເກນນຶ່ງຄົນຕໍ່ 4 ຕາຕະລາງແມດ.

ຈາກແຕ່ວັນທີ 11 ກັນຍາ 2021 ລ໋ອກດາວຈະຈົບສິ້ນລົງສຳຮັບບາງແຫ່ງຂອງນີວຊາວທ໌ແວນລ໌ທີບໍ່ມີຄົນເປັນໂຄວິດໃໜ່ຈັກຄົນເປັນຢ່າງໜ້ອຍ 14 ມື້. ໃຫ້ກົດເບິ່ງ  .

ໃຫ້ຈອງການໜາຍນັດສັກຢາວັກຊີນຂອງທ່ານໃນມື້ນີ້ໂດຍກົດໃສ່  .

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍ ໃນມື້ໃໜ່ ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 324 ລາຍ ໂດຍທີ່ 107 ຄົນມີສາຍພົວພັນເຖິງບ່ອນທີ່ຣະບາດທີ່ຮູ້ແລ້ວ.

ຈະມີຕຳຣວດຫຼາຍຂຶ້ນເພ່ື່ອຢຸດຢັ້ງຄົນທີ່ຢູ່ກິນໃນແມນລ໌ເບິນໄປຍັງງຊົນນະບົດເມື່ອຊົນນະບົດຖຶກຜ່ອນຄາຍອອກຈາກລ໋ອກດາວໃນວັນທີ 9 ກັນຍາ 2021 ແລ້ວ.

ໃຫ້ຊອກຫາເບິ່ງສູນກາງສັກວັກຊີນທີ່ຢູ່ໃຫ້ທ່ານໂດຍກົດໃສ່ .

 

ເອຊີທີ Australian Capital Territory

ເອຊີທີມີຄົນເປັນໂຄວີິດໃໜ່ຈາກທ້ອງຖິ່ນເອງ 15 ລາຍ ໂດຍທີ່ເປັນຢ່າງໜ້ອຍແປດລາຍຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.

ການປັບໃຫ້ທັນການຄັ້ງຫຼ້າສຸດຂອງ   ຊ່ວຍໃຫ້ການກົດເພື່ອແຈ້ງບອກຖຶກສົ່ງໄປຫາຄົນທີ່ໄປໃນບ່ອນທີ່ມີຄວາມສ່ຽງໄດ້. ແລະ  ແມ່ນມີໄວ້ບໍຣິການແກ່ທຸກໆຄົນທີ່ມີໂທຣະສັບ smartphone.

ໃຫ້ກົດໃສ່  ເພື່ອຈອງການໜາຍນັດການສັກວັຊີນຂອງທ່ານ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 9 September 2021 3:27pm
Updated 12 August 2022 2:59pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends