ອັບເດດ ໂຄວິດ-19​: ນາຍົກນີວຊາວທ໌ແວນລ໌ເຕືອນວ່າສິ່ງທີ່ເຮີະທີ່ສຸດຍັງຈມື້ທີ່ສາຫັດທີ່ສຸດຂອງວິກິດໂຄວິດະມີມາຢູ່ເມື່ອທີ່ຣັດມີມາຢູ່

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 3 ກັນຍາ 2021

PARRAMATTA PARK SYDNEY

People are seen exercising outdoor at Parramatta park in Sydney, Friday, September 3, 2021. Source: AAP Image/Dan Himbrechts

* ນີວຊາວທ໌ແວນລ໌ເຫັນມີຄົນປ່ວຍເປັນໂຄວິດເກືອບນຶ່ງພັນຄົນຢູ່ໃນໂຮງພະຍາບານ
* ໃນວິກຕໍເຣັຍມີບ່ອນຫວ່າງ 50,000 ບ່ອນຫວ່າງສຳຮັບຈອງເພື່ອອັສຕຼາຊີນິກາ AstraZeneca
* ເອຊີທີບົ່ງວາງການໂຈະຊົ່ວຄາວສິບສອງສັບປະດາໃສ່ການໄລ່ອອກທີ່ເຊົ່າ



ໃນຮັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1431 ຄົນ ແລະຕາຍ 12 ຄົນ ເມື່ອທີ່ນາຍົກ Berejiklian ບອກເຕືອນຣັດວ່າວິກິດແດນຕາຍັງຈະໜັກໜ່ວງຂຶ້ນຕື່ມໃນຂ້າງໜ້າຫຼາຍສັບປະດາ.

ໃນເວລານີ້ມີຄົນ 959 ຄົນປ່ວຍຢູ່ໃນໂຮງພະຍາບານເປັນ ໂຄວິດ-19 ຮວມດ້ວຍຢູ່ໃນການປິ່ນປົວອັນໜັກໜ່ວງ 160 ຄົນແລະໃສ່ປອດທຽມ 63 ລາຍ.

ທາງການສາທາຣະນະສຸກຄາດວ່າກໍຣະນີເປັນໂຄວິດຈະທະວີຂຶ້ນໃນສອງສັບປະດາ.

ໃຫ້ຈອງການໜາຍນັດການສັກຢາວັກຊີນໂຄວິດຂອງທ່ານໃນມື້ນີ້ໂດຍກົດໃສ່  .

 ໃນວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 208 ລາຍ ໂດຍມີ 96 ຄົນມີສາຍພົວພັນກັບບ່ອນທີເປັນທີ່ຮູ້ແລ້ວ. ຊາຍຄົນນຶ່ງໃນວັຍ 60 ສູນເສັຍຊີວິດ.

ນາຍົກ Andrews ເວົ້າວ່າໂຄງການມີບູລິມະສິດໃຫ້ສັກຢາວັກຊີນໂຄວິດສຳຮັບນັກຮຽນປີທີ 12 ຈະເລີ້ມຂຶ້ນໃນສັບປະດາໜ້າ ອັງຄານ ທີ 7 ກັນຍາ 2021 ເມື່ອທີ່ເດັກ 12 ປີ ຈະເປັນຈຸມີບູລິມະສິດສຳຮັບຢາວັກຊີນ ໂຄວິດ-19 Pfizer.

ໃຫ້ຊອກເບິ່ງສູນກາງສັກວັກຊີນທີ່ໃກ້ກັບທ່ານໂດຍກົດໃສ່ .

 

Australian Capital Territory ເອຊີທີ

ເອຊີທີມີ 16 ຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ ໂດຍທີ່ 15 ຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.

ຣັຖບານເອຊີທີບັນຍັດການໂຈະຊົ່ວຄາວສິບສອງສັບປະດາສຳຮັບການໄລ່ອອກທີເຊົ່າ  ທີ່ຫຼ້າຫຼັງໃນການເສັຍຄ່າເຊົ່າໂດຍຄົນເຊົ່າ ຍ້ອນຄວາມຫຍຸ້ງຍາກຍ້ອນການສູນເສັຍຣາຍໄດ້ຫຼືຊົ່ວໂມງການເຮັດວຽກເຮັດການຍ້ອນລ໋ອກດາວ.

ເພື່ອຈອງການໜາຍນັດການສັກວັກຊີນຂອງທ່ານໃຫ້ກົດໃສ່ .

 

ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ

* ຈາກແຕ່ວັນຈັນ ທີ 6 ກັນຍາ 2021 ຄີວນສ໌ແລນດ໌ ຈະມີ 680 ຫ້ອງໄວ້ບໍຣິການຢູ່ໃນ hotel quarantine ພາຍຫຼັງຄີວນສ໌ແລນດ໌ໂຈະການເດີນທາງມາເຖິງໄວ້ ຍ້ອນບັນຫາຄວາມສາມາດຂອງໂຮງແຮມ.
* ກະທັ້ງເປັນຄະນະທີ່ມີບູລິມະສິດກໍຕາມ ມີພຽງແຕ່ເກີນ 20% ໜ້ອຍດຽວຂອງຄົນ Aboriginal and Torres Strait Islander ອາຍຸທີ່ແກ່ກ່ວາ 16 ປີຖຶກສັກວັກຊີນໂຄວິດແລ້ວເຕັມສ່ວນ.
* Jeremy Rockliff ຮອງນາຍົກຕັສມາເນັຍປະກາດການຈຳຕ້ອງໃຫ້ສັກວັກຊີນໂຄວິດສຳຮັບພະນັກງານສາທາຣະນະສຸກໃນຣັດ Tasmania.

alc covid mental health
Source: ALC


Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 
 

 

 

 

 


Share
Published 3 September 2021 4:22pm
Updated 12 August 2022 2:59pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends