ອັບເດດ ໂຄວິດ-19 : ນາຍົກນີວຊາວທ໌ແວນລ໌ເວົ້າວ່າຣະບົບໂຮງພະຍາບານຂອງນີວຊາວທ໌ແວນລ໌ສາມາດຮັບມືກັບຈຳນວນຄົນປ່ວຍຈາກໂຄວິດຈະມີສູງສຸດ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັນໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 6 ກັນຍາ 2021.

the Emergency Department at the Blacktown Hospital in Sydney

NSW Ambulances park in the receiving bay for the Emergency Department at the Blacktown Hospital in Sydney, Thursday, August 26, 2021. Source: AAP Image/Bianca De March

* 40.8% ຂອງຄົນທີ່ຢູ່ກິນໃນນີວຊາວທ໌ແວນລ໌ທີ່ມີສິດຖຶກສັກຢາວັກຊີນໂຄວິດ ຖຶກສັກໃຫ້ເຕັມສ່ວນແລ້ວ
* ວິກຕໍເຣັຍປະກາດໂຄງການໃໜ່ສຳຮັບຄົນທີ່ມີຄວາມຍາກຊາກັບການເຊົ່າເຄຫະສະຖານ

* ເອຊີທີຫຼຸດຣະຍະການລໍຖ້າສັກຢາອັສຕຼາຊີນິກາຣະຫວ່າງສີຫາແປດສັບປະດາ 
* ຈຳນວນທ່ານໜໍ່ທົ່ວໄປໃນຄີວນສ໌ແລນດ໌ທີ່ສັກຢາ ຟາຍເຊີ ຈະທະວີຂຶ້ນ.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ 1281 ລາຍ ໂດຍທີ 831 ຄົນຢູ່ໃນພາກຕາເວັນຕົກແລະພາກໃຕ້ສ່ຽງຕາເວັນຕົກຂອງຊິດນີ. ມີຫ້າຄົນຕາຍຍ້ອນ.

ຍາຍົກ Berejiklian ເວົ້າວ່າຕົວຢ່າງແຜນການບອກໃຫ້ເຫັນວ່າການເຂົ້າປົວຢູ່ໃນໂຮງພະຍາບານຕ່າງໆຈະມີຫຼາຍທີ່ສຸດພາຍຫຼັງນີວຊາວທ໌ແວນລ໌ມີຄົນຖຶກສັກວັກຊີນແລ້ວ 70% ແຕ່ມັນຈະບໍ່ສະທ້ອນໃສ່ການຜ່ອນຄາຍການຕ້ອງຫ້າມຕ່າງໆ. ໃນເວລານີ້ມີຄົນປ່ວຍຍ້ອນໂຄວິດຢູ່ໃນການດູແລຢ່າງໜັກໜ່ວງ 177 ຄົນ ທີ່ 67 ຄົນຕ້ອງໃສ່ປອດທຽມ.

ໃຫ້ຈອງການໜາຍນັດການສັກຢາວັກຊີນຂອງທ່ານໃນມື້ນີ້ໂດຍກົດໃສ່  .

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 246 ລາຍ ໂດຍທີ່ 121 ຄົນມີສາຍພົວພັນເຖິງບ່ອນທີ່ເປັນທີ່ຮູ້ແລ້ວ.

Richard Wynne ຣັຖມົນຕີເຄຫະສະຖານປະກາດໂຄງການໃໜ່ (ໃຫ້ກົດເບິ່ງ ) ສຳຮັບຄົນເຊົ່າເຄຫະສະຖານທີ່ເສັຍຄ່າເຊົ່າຫຼາຍກ່ວາ 30% ຂອງຣາຍໄດ້ຂອງຂະເຈົ້າ, ແລະຜູ້ໃຫ້ເຊົ່າທີ່ສູນເສັຍຄ່າເຊົ່າ 20% ຫຼືຫຼາຍກ່ວາ.

ໃຫ້ຊອກເບິ່ງສູນກາງການສັກວັກຊີນທີ່ຢູ່ໃກ້ກັບທ່ານໂດຍກົດໃສ່  .

 

Australian Capital Territory ເອຊີທີ

ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 11 ລາຍ ໂດຍທີ່ເຈັດຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.

ຄົນ ແຄນເບີຣາ ບັດນີ້ສາມາດປ່ຽນການໜາຍນັດສັກວັກຊີນອັສຕຼາຊີນິກາເປັນວັນເວລາໄວຂຶ້ນໂດຍໃຊ້  ຫຼືໂດຍໂທ

(02) 5124​7700 ຣະຫວ່າງ 7 ໂມງເຊົ້າ ແລະ 7 ໂມງແລງ.

ໃຫ້ກົດໃສ່   ເພື່ອຈອງການໜາຍນັດເວລາກັນ.

 

ໃນ 24 ຊົ່ວໂມງທີ່ຜ່ານມາທົ່ວອອສເຕຼເລັຍ

* ໃນຄີວນສ໌ແລນດ໌ທ່ານໜໍທົວໄປ   ບັດນີ້ສັກຢາວັກຊີນຟາຍເຊີ ໂດຍຈະມີຕື່ມ 642 ທ່ານເຂົ້າຮ່ວມໂຄງການນັ້ນໃນສອງສາມສັບປະດາຂ້າງໜ້າ.
* ຢາວັກຊີນຟາຍເຊີເກືອບ 500,000 ໂດສ໌ທີ່ໄດ້ຈາກການແລກປ່ຽນຢາວັກຊີນກັນກັບປະເທດອັງກິດມາຮອດຊິດນີແລ້ວໃນວັນອາທິດແລ້ວນີ້ 5 ກັນຍາ 2021.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 6 September 2021 2:37pm
Updated 12 August 2022 2:59pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends