ອັບເດດ ໂຄວິດ-19 ​: ​ນີວຊາວທ໌ແວນລ໌ເລັ່ງລັດການເປີດກ້ວາງຂອງຕົນ, ວິກຕໍເຣັຍຜ່ອນຄາຍການຕ້ອງຫ້າມຊາຍແດນ

ນີ້ແມ່ນອັບເດດກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 7 ຕຸລາ 2021.

SBS News in Macedonian 7 October 2021,

新州州長佩洛德(Dominic Perrottett)承認曾經穿著納粹服裝出席自己21歲生日會,事件擴大。 Source: AAP

* ວິກຕໍເຣັຍໂຈະໂຈງໃສ່ຈຳນວນການສັກຢາໃຫ້ຄົນພິການ
* ນີວຊາວທ໌ແວນລ໌ເຖິງຂັ້ນ 70% ຂອງເປົ້າການສັກຢາເຖິງສອງເຂັມ
* ເອຊີທີເດີນໄປຕາມແນວທາງທີ່ຈະກັບກາຍເປັນບ່ອນທີ່ມີຫຼາຍບ້ານເມືອງທີ່ສຸດຂອງໂລກນີ້ທີ່ຖຶກສັກຢາ

 

ໃນຣັດວິກຕໍເຣັຍ

ຣັດວິກຕໍເຣັຍມີຄົນໃໜ່​1638 ລາຍເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍສອງຄົນ.

ຈາກແຕ່ມື້ນີ້ໄປ ເຂດສີແດງ (red Zone) ທີ່ບໍ່ຖຶກລ໋ອກດາວໃນນີວຊາວທ໌ແວນລ໌ແລະເອຊີທີຖຶກບົ່ງເປັນເຂດສີໜາກກ້ຽງ (orange zone), ອະນຸຍາດໃຫ້ຄົນວິກຕໍເຣັຍຫຼາຍພັນຄົນທີ່ຄາກັບບ້ານບໍ່ໄດ້ ຮ້ອງຂໍສຳຮັບທີ່ຈະກັບບ້ານ .

ຈາກແຕ່ມື້ອື່ນໄປ ທີ 8 ຕຸລາ 2021 ຄົນພິການສາມາດໄປໃຫ້ສັກຢາວັກຊີນໂຄວິດໄດ້ຢູ່ສູນກາງການສັກຢາ ໂດຍບໍ່ຕ້ອງໜາຍນັດເວລາ. ຣັດວິກຕໍເຣັຍກໍເປີດສູນກາງສັກຢາ pop-up vaccination ສິບແຫ່ງໄວ້ໃນເຂດທີ່ກ່ຽວຂ້ອງເພື່ອຄົນພິການ.

ໃຫ້ຊອກເບິ່ງສູນກາງສັກຢາທີ່ຢູ່ໃກ້ກັບທ່ານໂດຍກົດໃສ່ .

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ 567 ລາຍເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍແປດຄົນ.

ນາຍົກຣັຖມົນຕີ Dominic Perrottet ປະກາດປ່ຽນແປງແຜນການເປີດກ້ວາງຣັດນີວຊາວທ໌ແວນລ໌ພາຍຫຼັງທີ່ຣັດມີຄົນຖຶກສັກຢາວັກຊີນໂຄວິດເຖິງ 70%.

ຈາກແຕ່ວັນຈັນ ທີ 11 ຕຸລາ 2021 ການເຕົ້າໂຮມກັນຢູ່ໃນເຮືອນຈະທະວີຂຶ້ນສອງເທົ່າເປັນ 10 ຄົນ (ບໍ່ນັບເດັກໆໃສ່ນຳ) ແລະສຳຮັບນອກເຮືອນຈະທະວີຂຶ້ນຈາກ 20 ໄປເປັນ 30 ຄົນ.

ກຳໜົດສຳຮັບການວິວາຢູ່ນອກເຮືອນແລະຊາປະນະະກິດສົບຈະທະວີຂຶ້ນສອງເທົ່າໄປເປັນ 100 ຄົນ. ສະລອຍນ້ຳໃນເຮືອນກໍຈະເປີດຂຶ້ນຄືນ.

ໃຫ້ກົດໃສ່  ເພື່ອໜາຍນັດການສັກຢາວັກຊີນຂອງທ່ານໃນມື້ນີ້.

 

Australian Capital Territory ເອຊີທີ

ເອຊີທີມີຄົນເປັນໂຄວິດຈາກທ້ອງຖິ່ນເອງ 41 ລາຍ.

ເອຊີທີ່ກັບກາຍເປັນເຂດການປົກຄອງອັນທຳອິດໃນອອສເຕຼເລັຍທີ່ມີຄົນກາຍ 96% ທີຖຶກສັກຢາວັກຊີນໂຄວິດເຂັມທຳອິດສຳຮັບຄົນອາຍຸ 12 ປີແລະແກ່ກ່ວາ.

* ຄີວນສ໌ແລນດ໌ມີມື້ໃໜ່ອີກທີ່ບໍ່ມີຄົນເປັນໂຄວິດຈາກການຕິດແປດກັນໃນຊຸມຊົນ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 7 October 2021 1:26pm
Updated 12 August 2022 3:00pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends