Latest

COVID-19 update: Close contacts still need to follow protocols for seven days

ນີ້ແມ່ນອັບເດດຫຼ້າສຸດ ກ່ຽວກັບໂຄວິດ-19ໃນອອສເຕຣເລັຍ ສຳຣັບວັນທີ 12 ກັນຍາ

NSW CORONAVIRUS COVID19

Shoppers on Beamish Street at Campsie in Sydney. (file) Source: AAP / JOEL CARRETT/AAPIMAGE

ຈຸດສຳຄັນ
  • 1. ອອສເຕຣເລັຍເສັຍເງິນ 100 ລ້ານໂດລາ ຕໍ່ອາທິດ ຍ້ອນ “COVID ຍາວ” (Long COVID)
  • 2. ການເສັຍຊີວິດ ໃນເຮືອນພັກຄົນຊຣາ ຍ້ອນ COVID-19 ໄດ້ເພີ່ມຂຶ້ນສາມເທົ່າໃນປີນີ້
  • 3. ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ຄົນທີ່ມີອາການຊຶມເສົ້າ ມີຄວາມສ່ຽງສູງຕໍ່ ”COVID ຍາວ” (Long COVID)
South Australia ໄດ້ຊີ້ແຈງກົດການຕິດຕໍ່ຢ່າງໃກ້ຊິດ (close contact) ຫຼັງຈາກທີ່ໄລຍະກັກຕົວເອງ ສໍາລັບ ກໍລະນີທີ່ບໍ່ມີອາການ COVID 19 ໄດ້ຫຼຸດລົງຈາກ ເຈັດມື້ ເປັນ ຫ້າມື້ ໃນວັນທີ 9 ກັນຍາ.

South Australia ກ່າວວ່າ ການຕິດຕໍ່ຢ່າງໃກ້ຊິດ ຕ້ອງເຮັດຕາມຄໍາແນະນໍາ ກ່ຽວກັບ COVID-19 ເປັນເວລາ ເຈັດມື້ ຫຼັງຈາກວັນທີສຳຜັດເຊື້ອ.

ເຂົາເຈົ້າຕ້ອງໃສ່ຫນ້າກາກ ເມື່ອຢູ່ໃກ້ຄົນອື່ນ ແລະຕ້ອງກວດເຊື້ອ (RATs) ຫ້າຄັ້ງໃນເວລາເຈັດມື້.

ນອກຈາກນີ້, ພວກເຂົາຕ້ອງແຈ້ງໃຫ້ນາຍຈ້າງ, ໂຮງຮຽນ ຫຼືສະຖານ ທີ່ລ້ຽງເດັກ ແລະ ຫຼີກລ້ຽງສະຖານທີ່ ທີ່ມີຄວາມສ່ຽງສູງ ເຊັ່ນ: ໂຮງຫມໍ.

ຣັດ ແລະເຂດປົກຄອງອື່ນໆ ອາດຈະໃຫ້ຄວາມກະຈ່າງແຈ້ງ ໃນເລື້ອງນີ້ເຊັ່ນກັນ.

ຄນະກັມການປົກປ້ອງສຸຂະພາບຂອງອອສເຕຣເລັຍ(The Australian Health Protection Principal Committee) ໄດ້ແນະນໍາ ໃນອາທິດຜ່ານມານີ້ວ່າ ກົດລະບຽບ ກ່ຽວກັບການຕິດຕໍ່ຢ່າງໃກ້ຊິດບໍ່ຄວນປ່ຽນແປງ.

ໜັງສືພິມ The Australian Financial Review ລາຍງານວ່າ ”COVID ຍາວ” (Long COVID) ສົ່ງຜົນເສັຍຫາຍ ຕໍ່ຜົນຜລິດດ້ານເສດຖະກິດ 100 ລ້ານໂດລາ ຕໍ່ອາທິດຊຶ່ງຄິດເປັນມູນຄ່າປະມານ 5.2 ພັນລ້ານ ໂດລາຕໍ່ປີ.

ການວິຈັຍໃຫມ່ທີ່ຈັດພິມໃນ Jama Network ພົບວ່າຄົນທີ່ມີຄວາມທຸກທາງຈິດໃຈ ມີຄວາມສ່ຽງສູງ ຕໍ່ການເປັນໂຣກ ”COVID ຍາວ” (Long COVID) ແລະໂຣກທີ່ກ່ຽວຂ້ອງ.

ຄວາມທຸກທາງຈິດໃຈ ລວມເຖິງຄວາມຊຶມເສົ້າ, ຄວາມກັງວົນ, ຄວາມອຸກໃຈ, ຄວາມເຄັ່ງຕຶງ ແລະຄວາມຮູ້ສຶກໂດດດ່ຽວ.

ຂໍ້ມູນຂອງຜແນກສາທາຣະນະສຸກ ໄດ້ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍຫຼາຍກວ່າ 3,000 ຄົນ ໄດ້ເສັຍຊີວິດ ໄປກັບ COVID-19 ໃນສະຖານທີ່ດູແລ ຜູ້ສູງອາຍຸ ໃນປີນີ້ - ຊຶ່ງເປັນຈຳນວນຜູ້ເສັຍຊີວິດ 3 ເທົ່າຕາມລາຍງານ ໃນສອງປີທໍາອິດ ຂອງການລະບາດຂອງ ໂຄວິດ19.

ຄົ້ນຫາຄລີນິກ ກວດ ”COVID ຍາວ” (Long COVID)

ຄົ້ນຫາຄລີນິກ ກວດເຊື້ອ ໂຄວິດ-19

ລົງທະບຽນຜົນກວດ RATs ຂອງທ່ານຢູ່ບ່ອນນີ້, ຖ້າຫາກຜົນກວດເປັນບວກ

ກ່ອນທ່ານເດີນທາງໄປຕ່າງປະເທດ, ກວດເບິ່ງຂໍ້ກຳໜົດຫຼ້າສຸດ ແລະຄຳແນະນຳ

ຂໍ້ມູນເພື່ອຊ່ອຍຄວາມເຂົ້າໃຈ

ອ່ານຂໍ້ມູນກ່ຽວກັບ COVID-19 ໃນພາສາຂອງທ່ານ ໄດ້ທີ່:

Share
Published 13 September 2022 1:24pm
By SBS
Presented by Sak Phoumirath
Source: SBS


Share this with family and friends